ວ້າວໆ! ເມົາດິບເມືອງລາວໃນອະນາຄົດອັນໃກ້ນີ້ທີ່ອ່າງນໍ້າສຸຍ ເມືອງຈຳພອນ

178

ສຸຍ ຫຼື ອ່າງເກັບນ້ຳຝາຍສຸຍ ເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ ຂອງເມືອງຈຳພອນ ແຂວງສະຫວັນນະເຂດ ມາກ່ອນຢູ່ແລ້ວ ເຊິ່ງເປັນອ່າງທີ່ມີຈຸດພິເສດເປັນຊົນລະປະທານທີ່ໃຫຍ່ແຫ່ງໜຶ່ງຂອງເມືອງ ຢູ່ລະຫວ່າງກອງກາງຂອງບ້ານຕ່າງໆເຊັ່ນ: ທາງດ້ານເໜືອ ຕິດຈອດທົ່ງນາ ບ້ານດົງ, ເຜິ້ງທົ່ງ, ໂພນມ່ວງ, ໜອງຫຍ້າມ້າ, ບຶງຕະຫຼຸງ ແລະ ບ້ານດອນແດງ.

ທາງທິດໃຕ້ຕິດຈອດກັບທົ່ງນາ ບ້ານ ລຳພັນ, ແກ້ງປູນ ແລະ ໂນນສີທັນ ທາງທິດຕາເວັນຕົກຕິດກັບ ບ້ານໂພນທອງ, ດອນແຍງ ແລະ ດອນຂີ້ເຫຼັກ. ອ່າງນ້ຳສຸຍຕັ້ງຢູ່ທາງທິດເໜືອຂອງເທດສະບານເມືອງ ຈຳພອນ ແຂວງ ສະຫວັນນະເຂດ. ສຳລັບອ່າງນ້ຳສຸຍ ແມ່ນເປັນອ່າງເກັບນ້ຳຂະໜາດໃຫຍ່ ເຊິ່ງສາມາດເກັບນ້ຳໄດ້ເຖິງ 9.000.000 ແມັດກ້ອນ.

ສຸຍ ນອກຈາກຈະເປັນອ່າງເກັບນ້ຳຂະໜາດໃຫຍ່ແລ້ວ ຍັງຖືກຈັດເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງ ເມືອງຈຳພອນ ກໍ່ຄືແຂວງສະຫວັນນະເຂດ ເຊິ່ງວ່າປະຊາຊົນນິຍົມໄປພັກຜ່ອນ ຫຼື ໄປທ່ຽວ ໂດຍສະເພາະໃນເທດສະການບຸນປີໃໝ່ລາວແລ້ວ ຖືວ່າຕ້ອງຈັດໃຫ້ສະຖານທີ່ນີ້

ເປັນຈຸດເຕົ້າໂຮມມວນຊົນຢ່າງຄັບຄາໜາແໜ້ນ ເນື່ອງຈາກມີຈຸດເດັ່ນທີ່ສາມາດຫຼິ້ນນໍ້າໄດ້ຢ່າງມ່ວນຊື່ນ.

ປັດຈຸບັນ ອ່າງເກັບນ້ຳດັ່ງກ່າວ ແມ່ນກຳລັງຈະຖືກປ່ຽນແປງໂສມໃໝ່ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຄົບວົງຈອນ ບໍ່ວ່າຈະເປັນຮ້ານອາຫານ, ລີສອດທີ່ພັກ, ສາມາດຂີ່ເຮືອລ່ອງນ້ຳຊົມທຳມະຊາດອ້ອມຮອບ ນອກຈາກນີ້ຍັງມີຂົວຂະໜາດໃຫຍ່, ເຮືອນແພ

ເຫັນແຕ່ພາບຈຳລອງຍັງບໍ່ທັນມີລາຍລະອຽດແຕ່ຖ້າທຸກຢ່າງເປັນໄປຕາມນີ້ແມ່ນລາວຈະມີສະຖານທີ່ທ່ອງທ່ຽວທີ່ທຸກຄົນຢາກໄປເພີ່ມອີກແຫ່ງຢູ່ເມືອງຈຳພອນຢ່າງແນ່ນອນ.