ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ສະຫຼອງຄົບຮອບ 5 ປີ ພ້ອມເປີດຜະລິດຕະພັນໃໝ່ “ບໍລິການຈັດສົ່ງນ້ຳມັນເຖິງສະຖານທີ່”

115

ໃນວັນທີ 7 ກຸມພາ 2022 ນີ້, ທີ່ ສາງນ້ຳມັນເອັນທີພີ ບ້ານ ດົງຫຼວງ, ເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງ ຜົນສຳເລັດ 5 ປີ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມເປີດໂຕຜະລິດຕະພັນໃໝ່ ແລະ ມອບ-ຮັບ ໜັງສືຮັບຮອງການແຈ້ງຂໍ້ມູນລິຂະສິດ ຈາກ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງຄະນະການນຳພັກ-ລັດ, ກະຊວງທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມທຸລະກິດຂອງບໍລິສັດເອັນທີພີ.

อาจเป็นรูปภาพของ 1 คน และ กำลังยืน

 

ທ່ານ ເຫຼື່ອມ ຍົງວົງສິດທິ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ໄດ້ຂຶ້ນລາຍງານຜົນງານຕະຫຼອດໄລຍະ 5 ປີ ຜ່ານມາວ່າ: ບໍລິສັດຂອງພວກເຮົາ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2017 ໂດຍໄດ້ມີການຈົດທະບຽນວິສາຫະກິດ ແລະ ໄດ້ຮັບໃບອະນຸຍາດດຳເນີນທຸລະກິດຢ່າງຖືກຕ້ອງ ແລະ ສອດຄ່ອງກັບມາດຕະຖານ, ເງື່ອນໄຂ ໃນການສ້າງຕັ້ງດຳເນີນທຸລະກິດນ້ຳມັນເຊື້ອໄຟທີ່ກຳນົດໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ. ມາຮອດປັດຈຸບັນ, ບໍລິສັດຂອງພວກເຮົາ ມີສາງນ້ຳມັນທັງໝົດ 3 ແຫ່ງ ຄື: ແຫ່ງທີ 1 ຕັ້ງຢູ່ ບ້ານດົງຫຼວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ມີຂະໜາດບັນຈຸ 5 ລ້ານ ລິດ, ແຫ່ງທີ 2 ຕັ້ງຢູ່ ບ້ານນາເຕີຍ ເມືອງ ແລະ ແຂວງ ຫຼວງນ້ຳທາ ມີຂະໜາດບັນຈຸ 5 ລ້ານລິດ ແລະ ແຫ່ງທີ 3 ຕັ້ງຢູ່ ບ້ານໂພນຊາຍ ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ ມີຂະໜາດບັນຈຸ 1 ລ້ານລິດ ແລະ ໃນອະນາຄົດ ພວກເຮົາຍັງມີແຜນຈະສ້າງສາງນໍ້າມັນຢູ່ສະຫວັນນະເຂດ ໃຫ້ໄດ້ ອີກ 3.500.000 ລິດ ແລະ ຈະສ້າງສາງນ້ຳມັນຢູ່ ນະຄອນປາກເຊ, ແຂວງຈຳປາສັກ ອີກດ້ວຍ.

อาจเป็นรูปภาพของ 2 คน, ผู้คนกำลังยืน และ กลางแจ้ง

ນອກຈາກນີ້, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຍັງໄດ້ຕິດຕັ້ງແທ່ງບັນຈຸນ້ຳມັນ ຂະໜາດບັນຈຸຫຼາຍກວ່າ 1.000.000 ລິດ ຢູ່ພາກສະໜາມ ເພື່ອສະໜອງນ້ຳມັນເຊື້ອໄຟໃຫ້ລູກຄ້າ ເປັນຕົ້ນແມ່ນ ໂຄງການສ້າງເຂື່ອນໄຟຟ້າຕ່າງໆ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ແລະ ອື່ນໆອີກຫຼາຍໂຄງການທົ່ວປະເທດ. ຕະຫຼອດໄລຍະເວລາ 5 ປີຜ່ານມາ ບໍລິສັດໄດ້ນໍາເຂົ້າ ແລະ ຈຳໜ່າຍນ້ຳມັນໃຫ້ລູກຄ້າທັງໝົດ 300 ລ້ານລິດ, ໃນນັ້ນ ນ້ຳມັນກາຊວນ 200 ລ້ານລິດນ້ຳມັນ, ແອັດຊັງ 2.500.000 ລິດ, ນ້ຳມັນເຕົ່າ 60 ພັນລິດ ແລະ ນ້ຳມັນເຄື່ອງ 90.600.000 ລິດ (ເຊິ່ງນຳເຂົ້ານ້ຳມັນເຄື່ອງ ໃນຊ່ວງປີ 2020-2021) ແລະ ມີພາຫະນະໄວ້ບໍລິການຈັດສົ່ງນ້ຳມັນໃຫ້ລູກຄ້າຫຼາຍກວ່າ 60 ຄັນ.

ທ່ານ ເຫຼື່ອມ ຍົງວົງສິດທິ ກ່າວຕື່ມວ່າ: ຜົນສຳເລັດຂອງການຕອບສະໜອງນໍ້າມັນໃຫ້ແກ່ລູກຄ້າຕະຫຼອດໄລຍະເວລາ 5 ປີຜ່ານມາ ເກີດຂຶ້ນໄດ້ແມ່ນຍ້ອນໄດ້ຮັບການເອົາໃຈໃສ່ຊີ້ນຳໃຫ້ທິດທາງ ແລະ ສະໜັບສະໜູນ ຈາກທຸກໆພາກສ່ວນລັດ ແລະ ຂະແໜງການທີ່ກ່ຽວຂ້ອງ. ພ້ອມກັນນີ້, ທາງບໍລິສັດເອງກໍໄດ້ທຸ່ມເທສະຕິປັນຍາ, ເຫື່ອແຮງ, ກຳລັງຊັບ ແລະ ທຶນຮອນຈຳນວນຫຼາຍສົມຄວນເພື່ອໃຫ້ໄດ້ມາແຫ່ງຜົນ ສຳເລັດດັ່ງກ່າວນີ້ ແລະ ພາຍໃນງານສະເຫຼີມສະຫຼອງ ຍັງໄດ້ມີພິທີເປີດນໍາສະເໜີຜະລິດຕະພັນໃໝ່ ທີ່ຄົ້ນຄິດຜະລິດສ້າງໂດຍຄົນລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລາວເຮົາ ກໍຄືການບໍລິການນ້ຳ ມັນໃນຮູບແບບໃໝ່ ທີ່ມີຊື່ວ່າ: “ບໍລິການຈັດສົ່ງນ້ຳມັນເຖິງສະຖານທີ່” ໂດຍໃຫ້ກຽດມອບໜັງສືຮັບຮອງການແຈ້ງຂໍ້ມູນລິຂະສິດຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຮັບໂດຍ ທ່ານ ຈິນດາສັກ ຍົດຫມັ້ນຄົງ ຜູ້ອຳນວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ.

อาจเป็นรูปภาพของ 4 คน และ ผู้คนกำลังยืน

 

ທ່ານ ຈິນດາສັກ ຍົດຫມັ້ນຄົງ ໄດ້ກ່າວວ່າ: ໃນຂະນະທີ່ມີການລະບາດຂອງພະຍາດໂຄວິດ-19, ຜູ້ຄົນກໍໄປມາຫາສູ່ກັນຍາກຂຶ້ນ, ພວກເຮົາຈຶ່ງໄດ້ຄົ້ນຄິດຊອກຫາວິທີການອຳນວຍຄວາມສະດວກໃຫ້ຜູ້ຊົມ ໃຊ້ໄດ້ນ້ຳມັນມາຊົມໃຊ້ໂດຍທີ່ຕົນເອງບໍ່ຈຳເປັນຕ້ອງອອກໄປໃສ, ພວກເຮົາກໍໄດ້ຄົ້ນຄິດ ແລະ ຕົກລົງເປີດການບໍລິການນ້ຳມັນໃນຮູບແບບໃໝ່ນີ້ຂຶ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມລາວຫຼາຍຂຶ້ນ ແລະ
ທ່ານຍັງໄດ້ກ່າວຕື່ມວ່າ: ສຳລັບການ “ບໍລິການຈັດສົ່ງນ້ຳມັນເຖິງສະຖານທີ່” ນີ້ແມ່ນຈະສາມາດຢັດຕົ້ນທຶນ, ປະຢັດເວລາ ໃຫ້ແກ່ລູກຄ້າໄດ້ຫຼາຍຂຶ້ນ ໂດຍລູກຄ້າສາມາດດາວໂຫຼດແອັບພິເຄຊັນ ເອັນທີພີ (NTP Petrols) ທີ່ Google Play ແລະ App Store ເພື່ອລົງທະບຽນຕາມຂັ້ນຕອນຂອງລະບົບ ພຽງເທົ່ານີ້ ລູກຄ້າກໍສາມາດສັ່ງນ້ຳມັນໃຫ້ໄປສົ່ງເຖິງສະຖານທີ່ ໂດຍຈະເລີ່ມໃຫ້ບໍລິການຕັ້ງແຕ່ວັນທີ 9 ກຸມພາ 2022 ເປັນຕົ້ນໄປ ບໍ່ໄດ້ມີການເກັບຄ່າຂົນສົ່ງ ແລະ ລາຄານ້ຳມັນ ແມ່ນອີງຕາມລາຄາທ້ອງຕະຫຼາດທົ່ວໄປ.