ພາສ່ອງຄວາມງົດງາມຂອງນາງດອກໄມ້ ຄຣິດຕິນາ ລາສະສິມມາ ໃນງານເດີນແບບ Lao Fashion Week

130

ພາສ່ອງຄວາມງາມຂອງນາງງາມຂວັນໃຈແຟນໆ ທີ່ບໍ່ວ່າຈະເຮັດຫຍັງກໍມີແຟນໆຮ່ວມເຊຍ ແລະ ສົ່ງກໍາລັງໃຈມາໃຫ້ໂດຍດີຕະຫຼອດມາ ແລະ ໃນຄໍ່າຄືນອັນແສນຊົງຄຸນຄ່າ ໃນວັນທີ 5 ກຸມພາ 2022ຜ່ານມານີ້ ສາວງາມ ໂດດເດັ່ນທີ່ສຸດ ມາພ້ອມກັບຊຸດ ຟິນນາເລ່ ສີຂາວອັນແສນສະຫງ່າ ຜູ້ທີ່ໄດ້ສວມໃສ່ນັ້ນກໍຄື ສາວຄຣິດຕິນາ ລາສະສິມມາ Miss Universe Laos 2020 ຜູ້ທີ່ໄດ້ຄອບຄອງ ມຸງກຸດທີ4ເວທີນາງງາມຈັກກະວານລາວ ແລະ ລ່າສຸດນີ້ກັບການໄປຮ່ວມງານເດີນແບບ  Lao Fashion Week ທີ່ຈັດຂຶ້ນໃນຄືນວັນເສົາທີ່ຜ່ານມາກໍງົດງາມສົມກັບຕໍາແໜ່ງເປັນທີ່ສຸດ.

ສໍາລັບຊຸດທີ່ ສາວຄຣິດຕິນາ ສວມໃສ່ເດີນຟິນນາເລ່ ງານ Lao Fashion Week ເປັນນາງດອກໄມ້ ແລະ ເປັນຊຸດຂອງຫ້ອງເສື້ອ  ນາລີແບຣນ ເຊິ່ງເປັນຊຸດລາຕີຈາກຜ້າໄຍກ້ວຍ ໂດຍກ່ອນຈະໄປຮ່ວມເດີນແບບນັ້ນສາວງາມຄົນນີ້ຍັງໄດ້ໂພສຜ່ານເຟສບຸກສ່ວນຕົວຂອງຕົນເອງວ່າ “I am ready for tonight show” ພ້ອມແລ້ວສຳລັບຄ່ຳຄືນນີ້ #laosfashionweek2022.

ຄຣິດຕິນ່າ ຖືໄດ້ວ່າເປັນນາງງາມທີ່ຄອງໃຈແຟນໆມາໂດຍຕະຫຼອດຕັ້ງແຕ່ການເຂົ້າຮ່ວມປະກວດ ແລະ ໄດ້ຕໍາແໜ່ງຈາກເວທີ່ແຫ່ງຄວາມພາກພູມໃຈຂອງແມ່ຍິງລາວ ນັ້ນກໍຄືເວທີ  Miss Laos 2012ນັ້ນເອງ ແລະ ຫຼັງຈາກນັ້ນແຟນກໍໄດ້ສະໜັບສະໜູນຈົນຜູ້ໃຫຍ່ເບິ່ງເຫັນໃນຄວາມງາມ ແລະ ຄວາມຮູ້ຄວາມສາມາດທີ່ຜ່ານມາຂອງສາວຄົນນີ້ ຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ Miss Universe Laos 2020 ແລະ ເປັນຕົວແທນຂອງລາວໄປປະກວດໃນເວທີສາກົນ ທີ່ປະເທດສະຫະລັດອາເມຣິກາໃນປີທີ່ຜ່ານມາ ແລະ ຕິນ່າກໍເຮັດເຕັມທີ່, ມີແຟນໆສົ່ງກໍາລັງໃຈດີໆໃຫ້ສະເໝີ

ສາວງາມໜ້າຄົມ ແລະ ມີສະເໜ່ສຸດໆ ເພາະເປັນນາງງາມລູກເຄິ່ງ ລາວ-ເບລາຣຸສ ອີກດ້ວຍ ເນື່ອງຈາກຄວາມງາມ ແລະ ຄວາມສາມາດ ຈຶ່ງບໍ່ແປກໃຈເລີຍທີ່ສາວງາມຄົນນີ້ ແມ່ນມີຜົນງານຢ່າງຫຼາກຫຼາຍຢູ່ໃນວົງການບັນເທີງລາວ ແລະ ປະເທດເພື່ອນບ້ານບໍ່ວ່າຈະເປັນໂຄສະນາ, ການສະແດງ, ຣີວິວ ແລະ ຜົນງານອື່ນໆອີກ.

ທຸກຄົນສາມາດຕິດຕາມຜົນງານຕ່າງໆຂອງສາວງາມຄົນເກັ່ງ ແລະ ຄວາມສາມາດໂດດເດັ່ນຄົນນີ້ໄດ້ເລີຍ ຜ່ານທາງ ເພສບຸກສ່ວນຕົວ Christina Lasasima ແລະ ມື້ນີ້ທີມຂ່າວບັນເທີງກໍໄດ້ນໍາເອົາພາບງາມໆໃນການເຂົ້າຮ່ວມງານເດີນແບບ  Lao Fashion Week ໃນປີ 2022ນີ້ມາໃຫ້ແຟນໆໄດ້ຊົມອີກດ້ວຍ.

[ ຮູບ: Christina Lasasima ]