ຫິວເລີຍ ແຈກວິທີເຮັດ “ກຸ້ງແຊນໍ້າປາ” ສຸດແຊບ ໃຜກໍເຮັດໄດ້

144

ໃຜແນ່ທີ່ມັກກິນ ກຸ້ງແຊນໍ້າປາ ເຊິ່ງຖືວ່າເປັນເມນູເດັດທີ່ຫຼາຍໆຄົນມັກທັບປະທານ ກຸ້ງສົດໆ ຫວານໆ ກອບໆ ລາດນໍ້າແຈ່ວສຸດແຊບ ແຫ່ງແຊບໄປອີກ

.
ມື້ນີ້ເຮົາຈະມາແນະນໍາວິທີເຮັດ ກຸ້ງແຊນໍ້າປາລົດຊາດດີນໍາກັນເລີຍ
ກຽມອຸປະກອນຄື ກຸ້ງຂາວ 250 ກາມ, ໝາກເຜັດຂີ້ໜູ (ຫຼາຍນ້ອຍຕາມຄວາມມັກ), ກະທຽມແກະເປືອກ 2 ຫົວ, ນໍ້າປາແທ້, ນໍ້າຕານຊາຍ 2-3 ບ່ວງກາເຟ, ນໍ້າໝາກນາວ, ໂຊດາ, ຫອມລາບ, ຜັກກະລໍ່າປີ ແລະ ໝາກມະລະ.


ວິທີເຮັດ
1 ຂັ້ນຕອນທໍາອິດໃຫ້ນໍາເອົາກຸ້ງສົດແກະເປືອກເດັດຫົວຜ່າ, ເອົາເສັ້ນດໍາຂອງກຸ້ງອອກ ນໍາໄປແຊລົງໃນນໍ້າໂຊດາ 2 ນາທີ (ຖ້າເປັນກຸ້ງໃຫຍ່ໃຫ້ໃຊ້ 3 ນາທີ)
2 ຈາກນັ້ນປະສົມກັບນໍ້າໝາກນາວດ້ວຍສັດສ່ວນຢ່າງລະເທົ່າກັນ ແລ້ວນໍາກຸ້ງລົງໄປຄົນ ຈາກນັ້ນປະສົມນໍ້າໝາກນາວດ້ວຍສັດສ່ວນຢ່າງລະເທົ່າໆກັນ ແລ້ວນໍາກຸ້ງລົງໄປຄົນໄປແຊໄວ້ໃນຕູ້ເຢັນປະມານ 5 ນາທີ

.

3 ຈາກນັ້ນໃຫ້ເອົາໝາກເຜັດກັບກະທຽມທີ່ສັບແລ້ວຄົນເຂົ້າກັນ ແລ້ວປະສົມກັບນໍ້າປາ 3 ບ່ວງແກງ, ນໍ້າໝາກນາວ 4 ບ່ວງແກງ ແລະ ນໍ້າຕານຊາຍ ຄົນໃຫ້ເຂົ້າກັນ


4 ຈາກນັ້ນກໍຊອຍຜັກກະລໍ່າປີ ວາງຮອງພື້ນໃນສ່ຈານຢ່່າງສວຍງາມ ນໍາກຸ້ງມາວາງລຽນ ຫັ່ນມະລະເປັນບາງໆມາປະກອບ ຈັດແຕ່ງໜ້າຈານ ຈາກນັ້ນກໍຕັກນໍາຍໍາ ຫຼື ນໍາແຈ່ວມາໃສ່ ລາດກຸ້ງເລີຍ ແບບນີ້ກໍຖືວ່າສໍາເລັດ ແລ້ວ ຮັບປະທານໄດ້ເລີຍ ລອງເຮັດເບິ່ງເດີ້

ຂໍ້ມູນ/ພາບຈາກ: 108archeepparuay