ລາວທ່ຽວລາວຫຼາຍ ວັງວຽງຄຶກຄື້ນ ສະເລ່ຍບໍ່ຕ່ຳກວ່າອາທິດລະ 3.000 ຄົນທີ່ມາທ່ຽວ

115

ກໍ່ຕາມທີ່ເຫັນໃນໂຊຊຽວມີເດຍ ວັງວຽງຄືກຄື້ນຫຼາຍ ຂະບວນການລາວທ່ຽວລາວມີຫຼາຍຂຶ້ນພາຍຫຼັງໂຄວິດເລີ່ມຈາງລົງ ການທ່ອງທ່ຽວຢູ່ ວັງວຽງກໍ່ຄືກຄັກໄປຕາມ ເນື່ອງຈາກສະຖານທີ່ຕັ້ງຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ແລະຜູ້ຄົນກໍ່ອົດຫຼິ້ນອົດທ່ຽວມາດົນນານ ເມື່ອເປີດການເຂົ້າ-ອອກເປັນປົກກະຕິ ແຫຼ່ງທ່ອງທ່ຽວຍອດນິຍົມຢ່າງເມືອງວັງວຽງຈິ່ງບໍ່ແປກທີ່ຈະມີຄົນໄປທ່ຽວຫຼາຍເຖິງ 3.000 ຄົນໃນແຕ່ລະອາທິດ.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ປັດຈຸບັນ, ນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວເມືອງວັງວຽງ ນັບມື້ເພີ່ມຂຶ້ນ ໂດຍສະເພາະໃນໄລຍະທ້າຍອາທິດ, ເຊີ່ງເກືອບທັງໝົດແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ເດີນທາງຜ່ານທາງດ່ວນນະຄອນຫລວງວຽງຈັນ ຫາ ວັງວຽງ, ສ່ວນການເດີນທາງຜ່ານລົດໄຟລາວ-ຈີນ ບໍ່ທັນມີເທື່ອ, ສະເລ່ຍອາທິດໜຶ່ງປະມານ 3.000 ຄົນ.

ສໍາລັບສະຖານທີ່ໄດ້ຮັບຄວາມນິຍົມຫລາຍກວ່າໝູ່ແມ່ນຢູ່ຟາກນໍ້າຊອງເບື້ອງຕາເວັນຕົກ ເນື່ອງຈາກມີບໍ່ນໍ້າ ແລະ ບັນດາສວນທີ່ມີກິດຈະກໍາບໍລິການນັກທ່ອງທ່ຽວເປັນຈໍານວນຫລາຍ. ນອກຈາກນີ້ ແມ່ນຢູ່ເຂດຜາຮອມທີ່ມີອາກາດເຢັນສະບາຍ ແລະ ເໝາະສົມໃນການພັກຜ່ອນ.

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເຖີງວ່າວັງວຽງ ແມ່ນໜຶ່ງໃນຫລາຍສະຖານທີ່ທີ່ລັດຖະບານກໍານົດໃຫ້ເປັນເຂດທ່ອງທ່ຽວສີຂຽວ ໄລຍະທີ 1, ແຕ່ມາຮອດປັດຈຸບັນ ຍັງບໍ່ທັນມີນັກທ່ອງທ່ຽວຕ່າງປະເທທດຕາມໂຄງການຂອງລັດຖະບານໄປທ່ອງທ່ຽວເທື່ອ. ດັ່ງນັ້ນ ທາງເມືອງແມ່ນສຸມໃສ່ຊຸກຍູ້ສົ່ງເສີມລາວທ່ຽວລາວເປັນຕົ້ນຕໍໃນໄລຍະນີ້ ແລະ ຮຽກຮ້ອງມາຍັງຫົວໜ່ວຍບໍລິການທ່ອງທ່ຽວພາຍໃນເມືອງ ກໍຄື ນັກທ່ອງທ່ຽວທຸກຄົນທີ່ຈະເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຮ່ວມກັນຢ່າງເຂັ້ມງວດກວ່າເກົ່າ ເພື່ອເຮັດໃຫ້ຜູ້ປະກອບການມີລາຍໄດ້, ນັກທ່ອງທ່ຽວໄດ້ທັງຄວາມສຸກ-ຄວາມເບີກບານມ່ວນຊື່ນ ແລະ ຫ່າງໄກຈາກພະຍາດໂຄວິດ-19.

ຈາກ: Lao National Radio.