ພົບຜູ້ຕິດເຊື້ອໂຄວິດໃໝ່ 324 ຄົນ, ນະຄອນຫຼວງວຽງຈັນ 77 ຄົນ

74

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 8 ກຸມພາ ປີ 2022 ວ່າ ມາຮອດ ວັນທີ 7 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.794 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 324 ຄົນ (ຕິດເຊື້ອພາຍໃນ 321 ຄົນ ແລະ ນໍາເຂົ້າ 3 ຄົນ).

ການຕິດເຊືື້ອພາຍໃນໃໝ່ ທັງໝົດ 324 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 77 ຄົນ, ຫົວພັນ 29 ຄົນ, ຜົ້ງສາລີ 28 ຄົນ, ຊຽງຂວາງ 26 ຄົນ, ອັດຕະປື 24 ຄົນ, ສະຫັວນນະເຂດ 19 ຄົນ, ໄຊຍະບູລີ 19 ຄົນ, ວຽງຈັນ 18 ຄົນ, ຫຼວງພະບາງ 8 ຄົນ, ເຊກອງ 8 ຄົນ, ຈໍາປາສັກ 4 ຄົນ, ບໍ່ແກ້ວ 2 ຄົນ, ຫຼວງນໍ້າທາ 2 ຄົນ ແລະ ສາລະວັນ 2 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 3 ຄົນ ທັງໝົດຈາກ ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 01 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 137.103 ກໍລະນີ, ອອກໂຮງໝໍວານນີ້ 224 ຄົນ, ກຳລັງປິ່ນປົວ 4.052 ຄົນ ແລະ ເສຍຊີວິດສະສົມທັງໝົດ 577 ຄົນ (ເສຍຊິວິດໃໝ່ 03 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ຜົ້ງສາລີ 2 ຄົນ ແລະ ຫົວພັນ 1 ຄົນ.