ຫາຍກັງວົນເລື່ອງມອດກັດເຂົ້າສານ, ຊື້ນ, ກິ່ນສາບ ດ້ວຍວິທີນີ້

0
184

ໃຜທີ່ມີບັນຫາ ຫຼື ພົບບັນຫານີ້ແນ່ ກ່ຽວກັບເລື່ອງຂອງເຂົ້າສານທີ່ຊື້ນ, ມີມອດ, ມິນສາບ ເນື່ອງຈາກມີຈໍານວຫຼາຍ ຫຼື ເອົາໄວ້ດົນ ເພາະບາງເຮືອນກໍອາດມີເຂົ້າຫຼາຍ ຊື້ມາປະໄວ້ ຍິ່ງເປັນຮ້ານຂາຍເຂົ້າແບບນີ້ ຍິ່ງຕ້ອງໄດ້ຮູ້ວິທີ ທີ່ບໍ່ໃຫ້ເກີດບັນຫາດັ່ງກ່າວເກີດຂຶ້ນ
ເຮົາມາຮູ້ວິທີການເກັບມ້ຽນ ຫຼື ເຄັດບໍ່ລັບ ໃນການກໍາຈັດບັນຫາດັ່ງກ່າວ ແລະ ເຮັດໃຫ້ມີເຂົ້າສານໄວ້ຢູ່ດົນກັນເລີຍ
ໂດຍກຽມອຸປະກອນຕາມນີ້ ເຂົ້າສານ, ໃບເຕີຍຕາກແຫ້ງ, ຕຸກພາສຕິກເຫຼືອໃຊ້

ຂັ້ນຕອນການເຮັດ
ໃຫ້ນໍາເຂົ້າສານທີ່ຕ້ອງການຈະເກັບໄວ້ ຄົນເຂົ້າກັນກັບໃບເຕີຍແຫ້ງທີ່ກຽມໄວ້ ຈາກນັ້ນກໍນໍາເຂົ້າສານໄປໄປຫ່າຍໃສ່ຕຸກພາສຕິກໄວ້
ຈາກນັ້ນປິດຝາໃຫ້ແນ່ນ ການເຮັດແບບນີ້ຈະຊ່ວຍປ້ອງກັນເຂົ້າສານຈາກມອດ ບໍ່ໃຫ້ມາກັດເຂົ້າສານຂອງເຮົາ ແລະ ຍັງຊ່ວຍຍືດອາຍຸເຂົ້າສານໃຫ້ຢູ່ດົນຂຶ້ນ
ໂດຍທີ່ບໍ່ມີກິ່ນເໝັນສາບອີກດ້ວຍ ເພາະຄວາມຫອມຈາກໃບເຕີຍແຫ້ງ ຈະເຮັດໃຫ້ເຂົ້າສານມີກິ່ນຫອມທີ່ຍາວນານ

ວິທີກໍາຈັດມອດໃນເຂົ້າສານ
1 ຂັ້ນຕອນທໍາອິດໃຫ້ໃຊ້ໃບຂີ້ຮູດສົດ ພຽງແຕ່ນໍາເອົາໃບໝາກຂີ້ຮູດຈະຊ່ວຍໄລ່ມອດອອກຈາກເຂົ້າສານຂອງເຮົາໄດ້ ແລະ ຍັງເຮັດໃຫ້ເຂົ້າສານຂອງເຮົາມີກິນຫອມອີກດ້ວຍ
2 ຈາກນັ້ນໃຫ້ເອົາໝາກເຜັດຂີ້ໜູ ການໃຊ້ພຣິກສົດ 10 ເມັດ ແລ້ວໃຊ້ມີດຜ່າເອົາແກ່ນອອກ ເຫຼືອໄວ້ພຽງເປືອກໝາກເຜັດ ນໍາໄປວາງໄວ້ໃນຖັງເຂົ້າສານ ກໍສາມາດຊ່ວຍໄລ່ມອດໃຫ້ໄປໄກໆຈາກເຂົ້າສານຂອງເຮົາໄດ້
3 ໃຊ້ເກືອ ພຽງເກືອ 1 ບ່ວງກາເຟ ຕໍ່ເຂົ້າສານ 1 ກໍໂລກໍາ ຈະໄລ່ມອດໄດ້ດີຄືກັນ

4 ໃຊ້ບ່ວງສະເຕນເລດຫຼື ຖົງເຂົ້າສານ ຈະຊ່ວຍປ້ອງກັນບໍ່ໃຫ້ມອດຂຶ້່ນເຂົ້າສານໄດ້
ພຽງເທົ່ານີ້ ທຸກເຮືອນກໍຫາຍກັງວົນໃຈໄປເລີຍສໍສລັບບັນຫາຊື້ນ, ມອດຂຶ້ນ ຫຼື ກິ່ນອັບ ລອງເອົາວິທີ່ນີ້ໄປໃຊ້ປະຕິບັດເບິ່ງໄດ້ຜົນແນວໃດບອກກັນແນ່ເດີ້

ຈາກ: 108archeepparuay
ຮຽບຮຽງ: AMR

LEAVE A REPLY

Please enter your comment!
Please enter your name here