ທ່ານ ທອງລຸນ ສີສຸລິດ ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນ້ຳທາ

114

ໃນວັນທີ 7 ກຸມພາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ອອກເດີນທາງດ້ວຍຂະບວນລົດໄຟ ລາວ-ຈີນ ຈາກສະຖານີ ນະຄອນຫຼວງ ວຽງຈັນ ຫາສະຖານີປາຍທາງບໍ່ເຕ່ນ.


ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບ, ໂອກາດດັ່ງກ່າວ ໄດ້ຢ້ຽມຊົມການພັດທະນາເຂດເສດຖະກິດພິເສດບໍ່ເຕນແດນງາມ ແລະ ຮັບຟັງການລາຍງານ ສະພາບຈຸດພິເສດ ຂອງດ່ານບໍ່ເຕນ ແລະ ການຈັດຕັ້ງປະຕິບັດວຽກງານ ຢູ່ດ່ານສາກົນ ບໍ່ເຕ່ນ.


ຈາກນັ້ນ ທາງຄະນະໄດ້ໄປຢ້ຽມຢາມການການຜະລິດກະສິກຳປູກພືດເປັນສິນຄ້າຂອງບໍລິສັດ ເຖິງເຝີຍ ການຄ້າ ແລະ ສົ່ງເສີມກະສິກຳ ທີ່ໄດ້ມີການມາລົງທຶນ ເຂົ້າໃສ່ການປູກຫມາກຖົ່ວເຫຼືອງເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ ເຊີ່ງສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນໃນ 5 ບ້ານ, 186 ຄອບຄົວ ແລະ ໃນນີ້ບໍລິສັດຍັງໄດ້ເຊົ່າດິນປະຊາຊົນ ທໍາການຜະລິດ ໜຶ່ງເຮັກຕາ 5.000.000 ກີບ, ມາຮອດປະຈຸບັນບໍລິສັດ ສາມາດປູກຫມາກຖົ່ວເຫຼືອງໄດ້ແລ້ວ 70% ຄາດວ່າຈະໃຫ້ສຳເລັດໃນເດືອນ ກຸມພາ ນີ້.


ໃນເວລາຕໍ່ມາ, ຄະນະໄດ້ໄປຢ້ຽມຢາມເບິ່ງການລ້ຽງສັດ ຂອງຄອບຄົວ ເຊີລິວົງ ທີ່ໄດ້ລ້ຽງຫມູ, ສ້າງເຕົາຂ້າສັດຍ່ອຍ ແລະ ລ້ຽງປາ ເປັນອາຊີບ ປະຈຸບັນ ຄອບຄົວດັ່ງກ່າວ ໄດ້ລ້ຽງປາ 28 ຫນອງ ໃນເນື້ອທີ່ 5,6 ເຮັກຕາ, ເຊີ່ງໃນແຕ່ລະປີໄດ້ມີການປ່ອຍປານ້ອຍຈຳນວນ 500.000 ໂຕ/ປີ ແລະ ສະໜອງປາຂາຍສູ່ທ້ອງຕະຫຼາດໄດ້ເຖິງ 120 ໂຕນ/ປີ ເຮັດໃຫ້ມີຄວາມສາມາດຮັບໃຊ້ການບໍລິ ໂພກພາຍໃນເທດສະບານເມືອງ ແລະ ແຂວງໄດ້ຢ່າງພຽງພໍ ແລະ ຈຳນວນໜຶ່ງຍັງສະຫນອງໃຫ້ຕ່າງຕື່ມອີກ.

ທີ່ມາ:Lao National Radio