ພາສ່ອງຄວາມນໍາໜ້າດ້ານແຟຊັນຂອງຫ້ອງເສື້ອ “ຄໍາເພົ້າສັ່ງໄດ້”

115

ພາສ່ອງການເປັນຜູ້ນໍາດ້ານແຟຊັ້ນ ລະດັບປະເທດ ເພາະບໍ່ວ່າທ່ານຄົນນີ້ຈະໄປຮ່ວມງານ ຫຼື ອີເວັ້ນໃດກໍຖືໄດ້ວ່າມີຄວາມໂດດເດັ່ນ ແລະ ນໍາສະເໜີ  ຄວາມເປັນແບຣນຂອງຕົນເອງໄດ້ເປັນຢ່າງດີ  ເຊິ່ງເຮົາຈະເປັນທີ່ຮູ້ຈັກກັນໃນນາມ Designer ລະດັບແຖວໜ້າຂອງປະເທດລາວ ແລະ ໃນວົງການບັນເທີງລາວ ບໍ່ມີໃຜບໍ່ຮູ້ຈັກເລີຍ ສໍາລັບທ່ານ “ຄໍາເພົ້າ ບົວພັນ” ເຈົ້າຂອງຫ້ອງເສື້ອ “ຄໍາເພົ້າ ສັ່ງໄດ້” ທີ່ເປັນແບຣນ ຫ້ອງເສື້ອທີ່ໄດ້ຮັບຄວາມນິຍົມເປັນຢ່າງດີໃນທົ່ວໄປ ແລະ ວົງການບັນເທີງລາວໃຫ້ຄວາມເຊື່ອໝັ້ນ

ສໍາລັບຫ້ອງເສື້ອ ຄຳເພົ້າສັ່ງໄດ້ ຫຼື ທ່ານ ຄໍາເພົ້າ ແມ່ນເພິ່ນໄດ້ເປັນຜູ້ສະໜັບສະໜູນ ທາງດ້ານແຟຊັ້ນໃຫ້ກັບ ໂຄງການປະກວດ ຄົ້ນຫາຊາຍແບບ, ນາງແບບຫຼາຍໆໂຄງການເລີຍກໍວ່າໄດ້ ເຊິ່ງຜົນງານທີ່ເພິ່ນສ້າງສັນອອກມາ ກໍມີຄວາມທັນສະໄໝ ແລະ ມີຈຸດເດັ່ນ, ຈຸດພິເສດທີ່ສຸດເລີຍ.

ຫຼັງຈາກທີມງານຂອງພວກເຮົາໄປສ່ອງມາ ເພິ່ນນັ້ນມີຄວາມເປັນແຟຊັ່ນດີໄຊເນີໃນຕົວ ບໍ່ວ່າຈະສວມໃສ່ຊຸດໄດ້ກໍໂດດເດັ່ນແບບບໍ່ຊໍ້າໃຜສົມກັບວ່າເປັນເຈົ້າຂອງແບຣນຫ້ອງເສື້ອຊື່ດັງຂອງປະເທດເຮົາອີ່ຫຼີ.

ຫຼ້າສຸດເພິ່ນກໍໄດ້ໂພສຜ່ານເຟສບຸກສ່ວນຕົວຂອງເພິ່ນເອງ ໃນການແບ່ງປັນນໍ້າໃຈ ມອບເຄື່ອງກັນໜາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພໜາວຢູ່ເມືອງເຟືອງ ແຂວງວຽງຈັນອີກດ້ວຍໂດຍມີເນື້ອໃນວ່າ: “ຄຳເພົ້າສັ່ງໄດ້ ຂໍຝາກເສື້ອກັນໜາວຈຳນວນ100ຜືນ ເພື່ອມອບໃຫ້ນ້ອງນ້ອງທີ່ໄດ້ຮັບຜົນກະທົບຈາກຄວາມໜາວ ຮອບນີ້ ຄາງານບໍ່ໃດ້ໃປນຳຝາກເອື້ອຍທັງສອງມອບແທນນ້ອງແດ່ເດີເອື້ອຍສຸດງາມ ສຸດຮັກທັງສອງຂອບໃຈນ້ອງຊາຍສຸດຫຼໍ່ມາຍົກເຄື່ອງຊ່ວຍໃຈບຸນສຸດໆນ້ອງຊາຍຜູ້ນີ້” ຖືໄດ້ວ່າເປັນທັງເຈົ້າຂອງຫ້ອງເສື້ອທີ່ໂດ່ງດັງ ແຖມຍັງມີຄວາມໃຈບຸນນໍາອີກ ພວກເຮົາທີມຂ່າວບັນເທີງກໍຕ້ອງ ຂໍອະນຸໂມທະນາສາທຸໃນການເຮັດບຸນຄັ້ງນີ້ດ້ວຍ.

ຊ່ອງຖາມການຕິດຕາມຜົນງານຂອງເພິ່ນສາມາດຕິດຕາມໄດ້ທີ່ເຟສບຸກ ຄຳເພົ້າ ສັ່ງໄດ້.

[ ຮູບ: ຄຳເພົ້າ ສັ່ງໄດ້ ]