ໄປງານບຸນວັດພູປີນີ້ ມີແຕ່ໄຫວ້ຕາມປະເພນີ ໃຕ້ເງື່ອນໄຂໂຄວິດ19

124

ວັດພູຈຳປາສັກ ແມ່ນມໍລະດົກໂລກຂອງຊາດລາວ ງົດງາມທາງດ້ານສະຖາປັດຕະຍະກຳອັນລ້ຳຄ່າ ຈົນຖືກຮັບຮອງເປັນມໍລະດົກໂລກ ຈາກ ອົງການ UNESCO ເມື່ອປີ 2001 ແລະ ຈັດເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ເຊິ່ງແຕ່ລະປີແມ່ນໄດ້ຈັດງານບຸນເພື່ອໃຫ້ປະຊາຊົນໄດ້ມາກາບໄຫວ້ບູຊາ ທັງເປັນການສົ່ງເສີມການທ່ອງທ່ຽວໄປໃນຕົວ ແຕ່ສອງປີນີ້ມາພຽງແຕ່ຈັດຕາມຮີດຄອງປະເພນີບໍມີພິທີຍິ່ງໃຫຍ່ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ປີນີ້ກໍ່ເຊັ່ນດຽວກັນ.

ເຊິ່ງທຸກປີຂອງເດືອນ 3 ລາວກໍ່ຈະມີງານບຸນນະມັດສະການຜະສາດຫີນວັດພູຈຳປາສັກ ຈຸດປະສົງ ກໍ່ເພື່ອເປັນການໂຄສະນາ, ສົ່ງເສີມການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາຜັດທ່ຽວຊົມແຂວງຈໍາປາສັກໃຫ້ນັບມື້ນັບຫຼາຍຂຶ້ນ. ແຕ່ເນື່ອງຈາກປີນີ້ມີການແຜ່ລະບາດໂຄວິດ19 ຈຶ່ງມຸ້ງເນັ້ນຈັດນ້ອຍໆຮັກສາເຮີດບໍ່ໃຫ້ໝອງ ຄອງບໍ່ໃຫ້ເສົ້າເທົ່ານັ້ນ ໂດຍບໍ່ມີການຄົບງັນທີ່ເປັນການມ່ວນຊື່ນລື່ນເລີງຄືຫລາຍປີຜ່ານມາ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19. ໂດຍປີນີ້ກຳນົດແມ່ນ 14-16 ກຸມພາ 2022.

ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດວ່າ: ຄະນະກໍາມະການຂັ້ນແຂວງ ແລະ ອົງການປົກຄອງເມືອງ ຈໍາປາສັກ ເຊີ່ງເປັນເມືອງທີ່ຜາສາດຫີນວັດພູຕັ້ງຢູ່ ໄດ້ປຶກສາຫາລືຮ່ວມກັນ ແລະ ເຫັນດີໃຫ້ເມືອງຈໍາປາສັກ ເປັນເຈົ້າພາບຈັດບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2022

ໂດຍໃຫ້ເນັ້ນໃສ່ຈັດຂຶ້ນເພື່ອຮັກສາປະເພນີອັນດີງາມທີ່ເຄີຍປະຕິບັດມາເປັນແຕ່ບູຮານນະການ ໂດຍຈະບໍ່ມີພິທີເປີດ ຫລື ເຊີນການນໍາຂັ້ນສູງເຂົ້າຮ່ວມງານ ແລະ ຈະບໍ່ມີການຄົບງັນຢ່າງຄຶກຄື້ນຄືຫລາຍປີຜ່ານມາ ແຕ່ຈະມີການວາງສະແດງຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ODOP ທີ່ເປັນຜະລິດຕະພັນຂອງປະຊາຊົນພາຍໃນແຂວງ, ລວມເຖີງຈັດການແຂ່ງຂັນບາງກິລາພື້ນເມືອງທີ່ເຄີຍຈັດມາ, ມີພິທີທາງສາສະໜາຂອງພະສົງ, ການວຽນທຽນ ແລະ ໃສ່ບາດ. ນອກຈາກນີ້ ໃນໂອກາດບຸນດັ່ງກ່າວ ຍັງຈະມີພິທີເປີດສວນອຸທິຍານແຫ່ງຊາດປ່າສະຫງວນ ແລະ ພິທີປູກຕົ້ນດອກຈໍາປາຢູ່ຂອບເຂດຜາສາດຫີນວັດພູຈໍາປາສັກ.

ຮອງເຈົ້າແຂວງຈໍາປາສັກ ໃຫ້ຮູ້ຕື່ມວ່າ: ທຸກກິດຈະກໍາທີ່ຈະຈັດຂຶ້ນ ຈະປະຕິບັດຄວບຄູ່ກັບມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພາະພາຍໃນງານຈະມີທີມແພດປະຈໍາ ເພື່ອໂຄສະນາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ, ລວມທັງການວັດແທກອຸນຫະພູມ ແລະ ການຊ່ວຍເຫລືອຜູ້ໄປທ່ຽວງານໃນກໍລະນີສົງໄສວ່າຕິດເຊື້ອພະຍາດໂຄວິດ-19 ແລະ ອື່ນໆ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ຈະໄປທ່ອງທ່ຽວງານທຸກຄົນ ຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຮ່ວມກັນຢ່າງເຂັ້ມງວດ ດ້ວຍການໃສ່ຜ້າອັດປາກ-ດັງ, ການຮັກສາໄລຍະຫ່າງ ແລະ ອື່ນໆ.