ຊາດິໂອ ມາເນ ກອງໜ້າຕົວເກັ່ງຈາກສະໂມສອນລິເວີພູລ ສັງຫານຈຸດໂທດເປັນຄົນສຸດທ້າຍພາທີມຊາດເຊເນກັລ ຄວ້າແຊັມ ອາຟຣິກາ ຄັບ ອ໊ອຟ ເນຊັນສ໌ ສະໄໝທໍາອິດ ຫຼັງຈາກເອົາຊະນະ ທີມຊາດເອຢິບ 4-2 ເມື່ອວັນທີ 6 ກຸມພາ 2022.

ນັດຊີງຊະນະເລີດ ອາຟຣິກາ ຄັບ ອ໊ອຟ ເນຊັນສ໌ 2021 ຖືເປັນການແບກທີມ ແລະ ເປັນການພົບກັນຂອງ 2 ຕົວເກັ່ງຈາກລິເວີພູລ ກໍຄື ຊາດິໂອ ມາເນ ພາເຊເນກັລ ລຸ້ນແຊັມສະໄໝທໍາອິດ, ສ່ວນ ໂມຮາເໝັດ ຊາລາ ລຸ້ນພາ ເອຢິບ ຄວ້າແຊັມສະໄໝທີ 4.

ນັດດັ່ງກ່າວ ມາເນ ຍິງຈຸດໂທດພາດນາທີໆ 7 ເຮັດໃຫ້ທີມບໍ່ສາມາດໄດ້ປະຕູຂຶ້ນນໍາໄດ້ ຈົນຫຼັງຈາກນັ້ນກໍບໍ່ມີປະຕູເກີດຂຶ້ນໃນ 90 ນາທີ ແລະ ຕ້ອງຕໍ່ເວລາໄປອີິກ 30 ນາທີ ກໍຍັງຍັງໄດ້ບໍ່ໄດ້ ຈົນຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ ເຊິ່ງກໍເປັນ ເຊເນກັລ ທີ່ເອົາຊະນະໄປ 4-2 ແລະ ມາເນ ກໍເປັນນັກເຕະຄົນສຸດທ້າຍທີ່ຍິງເຂົ້າໄປພາ ເຊເນກັລ ຄວ້າແຊັມສະໄໝທໍາອິດ.

ສ່ວນລາງວັນດີເດັ່ນປະຈໍາລາຍການມີຄື:
-ດາວຍິງສູງສຸດ: ວິເຊັນ ອາບູບາກ້າ ຈາກທີມຊາດຄາເມີຣູນ ຍິງໄດ້ 8 ປະຕູ
-ນັກເຕະດີເດັ່ນ: ຊາດິໂອ ມາເນ ຈາກທີມຊາດເຊເນກັລ
-ຜູ້ຮັກສາປະຕູດີເດັ່ນ: ເອດູອາດ ເມນດີ ຈາກທີມຊາດເຊເນກັລ

