ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ສາມາດເອົາຊະນະ ທີມແຂວງສາລະວັນ 2-0 ໃນການແຂ່ງຂັນນັດອຸ່ນເຄື່ອງ ທີ່ສະໜາມບານເຕະກີລາແຂວງ ຈຳປາສັກ ( ຫຼັກ 2 ) ໃນນະຄອນປາກເຊ ແຂວງຈຳປາສັກ ເມື່ອວັນທີ 6 ກຸມພາ 2022.

ນັດດັ່ງກ່າວ ທັງສອງທີມຈັດຊຸດໃຫຍ່ລົງແຂ່ງຂັນ ປະກົດວ່າ: ເຄິ່ງເວລາທໍາອິດ ຢູ 23 ລາວ ຂຶ້ນນໍາໄປກ່ອນ 1-0 ຈາກກາຍິງຂອງ ທະນູທອງ ກຽດນະລົງລົບ ນາທີໆ 47, ສ່ວນເຄິ່ງເວລາທີ 2 ຢູ 23 ລາວ ມາໄດ້ປະຕູຕ໊ອກຢໍ້າໄຊຊະນະ 2-0 ຈາກການຍິງຂອງ ທິບພະຈັນ ຄໍາໃບອ່ອນ ນາທີໆ 90+2.


ສໍາລັບ ການນັດອຸ່ນນັດຕໍ່ໄປ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຈະພົບກັບ ທີມ ສະໂມສອນບານເຕະ ຈຳປາສັກ ເອັຟຊີ ໃນ ວັນທີ 9 ກຸມພາ ເວລາ 16:00 ໂມງທີ່ສະໜາມກີລາແຂວງ ຈຳປາສັກ ( ຫຼັກ 2 ).

ເຊິ່ງການອຸ່ນເຄື່ອຄັ້ງນີ້ກໍເປັນການທົບສອບທີມຄັ້ງທໍາອິດຂອງ ຢູ 23 ລາວ ກ່ອນເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 14-26 ກຸມພາ 2022 ໂດຍ ທີມຊາດລາວ ແມ່ນຢູ່ ກຸ່ມ ບີ (Group B ) ເຊິ່ງປະກອບມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ລາວ.
ສໍາລັບ ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ
– ວັນທີ 15 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 18 ກຸມພາ 2022 ເວລາ 16:00 ໂມງ ທີມຊາດລາວ ພົບ ມາເລເຊຍ
– ວັນທີ 21 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ມຽນມາ.

ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ