JDB ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາປີ 2021 ແລະ ແຜນການ KPI ປະຈໍາສົກປີ 2022

107

ໃນຕອນບ່າຍ ວັນທີ່ 5 ກຸມພາ 2022 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ທະນາຄານຮ່ວມພັດທະນາ ໄດ້ຈັດພິທີ ສະຫຼຸບຜົນງານປະຈໍາປີ2021 ແລະ ແຜນການປີ 2022, ໂດຍການເປັນປະທານຂອງທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ມີຄະນະສະພາບໍລິຫານ, ຄະນະຜູ້ບໍລິຫານລະດັບສູງ , ຕະຫຼອດເຖີງ ຫົວໜ້າໜ່ວຍບໍລິການ ແລະ ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.

.

ກອງປະຊຸມເລີ້ມດ້ວຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ສະຫຼຸບຜົນການດໍາເນີນທຸລະກິດ ປີ 2021 ແລະ ແຜນການ KPI ປະຈໍາປີ2022, ໃນໄລຍະໜື່ງປີທີ່ຜ່ານມາ ພວກເຮົາໄດ້ຮັບຜົນກະທົບ ຈາກການລະບາດ ພະຍາດໂຄວິດ-19. ເຮັດໃຫ້ເສດຖະກິດໃນທົ່ວໂລກກໍໄດ້ຢຸດສະຫງັກໄປໃນໄລຍະໜື່ງ.

ເຊີ່ງສົ່ງຜົນກະທົບເຖີງການດໍາເນີນທຸລະກິດປະຈໍາປີ 2021 ຂອງທະນາຄານຮ່ວມພັດທະນາເຊັ່ນກັນ, ເຊີ່ງໄດ້ສ້າງຄວາມຫຍຸ້ງຍາກລໍາບາກ ໃຫ້ແກ່ລູກຄ້າ-ຜູ້ປະກອບການຕ່າງ ທັງພາຍໃນແລະຕ່າງປະເທດ, ແຕ່ກໍຍັງເປັນໂອກາດອັນດີ ສໍາລັບ JDB ສາມາດບັນລຸເປົ້າໝາຍ KPI ທີ່ຕັ້ງໄວ້ໃນປີ 2021, ການລະດົມເງິນຝາກ: ກີບ,ບາດ,ໂດລາ ແລະ ຢວນ, ປະຕິບັດໄດ້ທັງໝົດໄດ້ລື່ນຄາດໝາຍ 47%,ທຽບໃສປີ 2020 ໃນນັ້ນ ເງິນຝາກລູກຄ້າທົ່ວໄປລື່ນຄາດໝາຍ 47,01 % , ຝາກະແສລາຍວັນລື່ນຄາດໝາຍ 17,28%, ຝາກປະຢັດລື່ນຄາເໝາຍ 35,85% ຝາກມີກໍານົດລື່ນຄາດໝາຍ 52,62% , ເງິນຝາກຈາກທະນາຄານອື່ນ:

ເພີ້ມຂື້ນ 56,82%, ລວມແຫ່ງທືນທັງໝົດ ເພີ້ມຂື້ນ 43,64% , ແລະ ໄດ້ປ່ອຍສິນເຊື່ອ 76,50% ຂອງແຫຼ່ງທຶນ, ສ້າງກໍາໄລກ່ອນອາກອນກໍາໄລເພີ້ມຂື້ນ 58,55 % , ແລະ ໄດ້ມອບພັນທະອາກອນໃຫ້ກະຊວງການເງິນ ຈໍານວນ 40,382,744,012 ກີບ, ກໍາໄລຫຼັງອາກອນເພີ້ມຂື້ນລື່ນຄາດໝາຍ 58.76% ທຽບໃສ່ປີ 2020, ໄດ້ວາງແຜນການ KPI ປະຈໍາປີ 2022 ຈະຕ້ອງຂຸດຄົ້ນຊອກຫາແຫຼ່ງລາຍຮັບເພີ້ມ ຈາກຜະລິດຕະພັນອື່ໆ ທີ່ມີໃນປະຈຸບັນ.

ການລະດົມແຫຼ່ງທືນຕ້ອງຕິດພັນກັບການປ່ອຍເງິນກູ້ຕິດພັນກັນກັບການເປີດບັນຊີເງິນຝາກຂອງລູກຄ້າແຕ່ລະລາຍສັນຍາ ແລະ ຢູ່ໜ່ວຍບໍລິການ ຕາມແຜນ KPI ທີ່ວາງໄວ້. ວຽກງານຈັດຕັ້ງ-ພະນັກງານ ຕ້ອງສ້າງຄວາມສາມະຄີກັນເປັນປຶກແຜ່ນ, ຍົກລະດັບຄວາມຮູ້, ຄວາມສາມາດ ຂອງພະນັກງານທຸກລະດັບ ໃຫ້ເຂັ້ມແຂງ.

ໃນກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍ ໜ່ວຍບໍລິການທີ່ມີຜົນງານ ດີເດັ່ນ: ໄດ້ຮັບລາງວັນໂລ້ຄໍາ ຈໍານວນ 5 ລາງວັນ, ໂລ້ເງິນ 10 ລາງວັນ, ໂລ້ຟ້າ 14 ລາງວັນ ແລະ ຊົມເຊີຍ 24 ລາງວັນ, ເປັນລາງວັນປະເພດລວມໝູ່ ທີ່ບັນລູເປົ້າໝາຍ KPI ແຕ່ລະດ້ານ, ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າວຽກງານ ຂອງທະນາຄານຮ່ວມພັດທະນາ ໃຫ້ມີກຳລັງໃຈ ແລະ ຕັ້ງໜ້າປະຕິບັດວຽກງານໃຫ້ດີກວ່າເກົ່າ, ທະນາຄານຮ່ວມພັດທະນາ ໄດ້ມີນະໂຍບາຍສູງໃຫ້ແກ່ພະນັກງານຂອງຕົນ ເພື່ອໃຫ້ຊີວິດການເປັນຢູ່ດີຂື້ນແຕ່ລະປີ.

ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ຮັບຟັງການໂອລົມ ຈາກ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ທ່ານ ໄດ້ຍ້ອງຍໍຊົມເຊີຍ ຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ທີ່ມີຜົນງານທີ່ສາມາດ ບັນລຸເປົ້າ ໝາຍ KPI ທີ່ວາງໄວ້, ແລະ ໃຫ້ທິດຊີ້ນໍາ ເພື່ອປັບປຸງວຽກງານທີ່ຄົງຄ້າງ ໃຫ້ດີຂື້ນກວ່າເກົ່າ. ໃນໄລຍະຜ່ານມາ ທະນາຄານຮ່ວມພັດທະນາ ໄດ້ປ່ອຍສິນເຊື່ອເຂົ້າໃນ ການສ້າງສາເສດຖະກິດ-ສັງຄົມ ກໍ່ຄືການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດເຮົາ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດມາ

ຫຼັງຈາກນັ້ນໃນພາກຄໍ່າ ຂອງວັນດຽວກັນ ກໍ່ໄດ້ມີງານລ້ຽງຊົມເຊີຍຜົນງານປະຈໍາປີ 2021, ແລະ ແຜນການປີ 2022 JDB ຕ້ອງໄດ້ອອກແຮງສູ້ຊົນສ້າງຜົນກໍາໄລ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອປະກອບສ່ວນ ມອບພັນທະອາກອນໃຫ້ກະຊວງການເງິນ ເພື່ອສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ ເຕີບໃຫ່ຍໄປພ້ອມກັນ ”