ຈະສຶກສາການສ້າງສົ່ງໄຟຟ້າຈາກເຂື່ອນນໍ້າອູ 3,4,5,6 ແລະ 7 ຫາຊາຍແດນ ຫວຽດນາມ

304

ກະຊວງແຜນການ ແລະ ການລົງທຶນ ຕາງໜ້າລັດຖະບານລາວ ຮ່ວມກັບ ບໍລິສັດ CTC Development ກຼູບ ແລະ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໂຄງການສາຍສົ່ງໄຟຟ້າແຮງດັນ 220 ກິໂລໂວນ ຈາກເຂື່ອນນໍ້າອູ 3,4,5,6 ແລະ 7 ນີ້ ຜ່ານແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ ອອກສູ່ຊາຍແດນ ສສ ຫວຽດນາມ ຕາມສັນຍາຈະໃຫ້ໄດ້ຄຳຕອບພາຍ 18 ເດືອນ.


ໃນວັນທີ 4 ກຸມພາ 2022 ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໂຄງການສາຍສົ່ງໄຟຟ້າແຮງດັນ 220 ກິໂລໂວນ ຈາກເຂື່ອນນໍ້າອູ 3,4,5,6 ແລະ 7 ນີ້ ຜ່ານແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ ອອກສູ່ຊາຍແດນ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທອນ ຈັນທະສະຫວັດ ປະທານບໍລິສັດ CTC Development ກຼູບ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບຸນຖົມ ລໍມະນີ ປະທານທີ່ປຶກສາ ບໍລິສັດ CTC Development ກຼູບກ່າວວ່າ: ບໍລິສັດ CTC Development ກຼູບ ແລະ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ) ແມ່ນເປັນບໍລິສັດເອກະຊົນທັງ 2 ແລະ ໄດ້ຮ່ວມທຸລະກິດຮ່ວມກັນມາດົນນານ, ການເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການສາຍສົ່ງໄຟຟ້າແຮງດັນ 220 ກິໂລໂວນ ຄັ້ງນີ້ແມ່ນເປັນນິມິດໝາຍສຳຄັນ ຂອງ 2 ບໍລິສັດ ແລະ ແມ່ນໝາກຜົນສຳເລັດຕົວຈິງເບື້ອງຕົ້ນທີ່ໄດ້ມີການທົບທວນການເຈລະຈາມາດົນ, ເຊິ່ງຜົນສຳເລັດຄັ້ງນີ້ແມ່ນຍ້ອນການໄດ້ຮັບການສະໜັບສະໜູນຈາກບັນຄະນະນຳ ຈາກຂະແໜງການກ່ຽວຂ້ອງຈົນເຖິງມື້ນີ້. ໂຄງກງານສຶກສາສ້າງສາຍສົ່ງແຮງດັນ 220 ກິໂລໂວນ ຈາກເຂື່ອນນໍ້າອູ 3,4,5,6 ແລະ 7 ນີ້ ແມ່ນຜ່ານແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ ແມ່ນມີກຳນົດໄລຍະເວລາການສຶກສາອອກແບບ 18 ເດືອນ.


ທ່ານກ່າວຕື່ມວ່າ: ເຖິງຈະເປັນໄລຍະເວລາທີ່ສັ້ນພວກຂ້າພະເຈົ້າຈະພະຍາຍາມສູ້ຊົນປະຕິບັດຕາມກຳນົດເວລາໃຫ້ໄດ້ ເນື່ອງຈາກທາງ 2 ບໍລິສັດ ແມ່ນມີຄວາມພ້ອມທາງດ້ານທຶນຮອນ, ເຕັກນິກວິຊາການ ແລະ ແຮງງານທຸກດ້ານ ເຊິ່ງລັກສະການສຳຫຼວດນີ້ຈະມີການອອກແບບສາຍສົ່ງໄຟຟ້າແບບແຈກບໍ່ຈຳກັດ ເພື່ອເປັນໂອກາດໃຫ້ບໍລິສັດໄດ້ນໍາໃຊ້ໄດ້, ຂ້າພະເຈົ້າເຊື່ອວ່າຫາກຜົນການສຶກສາສຳເລັດສຳເລັດ ແລະ ຫາກໄດ້ຈັດຕັ້ງປະຕິບັດການກໍ່ສ້າງສາຍສົ່ງໄປສູ່ຊາຍແດນ ສສ ຫວຽດນາມ ຄິດວ່າຈະເກີດຜົນປະໂຫຍດໃຫ້ລໍ້າຄ່າມາໃຫ້ ສປປ ລາວ ໂດຍສະເພາະການສ້າງລາຍໄດ້ເຂົ້າປະເທດ.


ເຊິ່ງການເຊັນລົງນາມຄັ້ງນີ້ຝ່າຍລັດຖະບານ ສປປ ລາວ ໂດຍທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໂດຍການເຊັນເປັນສັກຂີພິຍານຂອງທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ທອງສຸກ ເປົາສຸລີ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ, ທ່ານ ບຸນເພັງ ວິລະວົງສາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ກັບຝ່າຍບໍລິສັດແມ່ນການລົງນາມຂອງ ທ່ານ ຈັນທອນ ຈັນທະສະຫວັດ ປະທານບໍລິສັດ CTC Development ກຼູບ, ໂດຍການເຊັນເປັນພິຍານຂອງທ່ານ ຟາມກວາງຈຸງ Pham Quang Trung ປະທານ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ), ທ່ານ ບຸນຖົມ ລໍມະນີ ປະທານທີ່ປຶກສາ ບໍລິສັດ CTC Development ກຼູບ, ທ່ານ ຫງວຽນ ແທ່ງຮາຍ Nguyen Thanh Hai ຄະນະທີ່ປຶກສາ ປະທານ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ).