ອິນເລີບໄປຕາມໆກັນ ເມື່ອເຈ້ຍ ປາຊີຟິກ ເຊີໄພ້ຂໍແຕ່ງດອງ ໄຊ ພັນລະຍາ

120

ຫຼ້າສຸດ ເຈ້ຍ ປາຊີຟິກ ຄົນດັງໃນວົງການບັນເທີງ ຂໍ ໄຊ ພັນລະຍາແຕ່ງດອງ ອ້າວ ຍັງບໍ່ທັນແຕ່ງເທື່ອຫວາ

.

ອັນນີ້ກໍເປັນຄໍາຖາມທີ່ງົງໆກັນ ເພາະວ່າທັງ 2 ກໍຄອງຮັກກັນມາ ປີ ນີ້ ເປັນປີທີ 21 ທີ່ຄົບກັນຕັ້ງແຕ່ເປັນແຟນ ມີລູກຊາຍນໍາກັນແລ້ວ 2 ຄົນ

.

ແຕ່ນັ້ນບໍ່ແມ່ນປະເດັນດອກເນາະ ເພາະວ່າມື້ນີ້ເປັນການເຊີ້ໄພ້ຂໍແຕ່ງດອງຂອງອ້າຍເຈ້ຍ ທີ່ຂໍເອື້ອຍໄຊ ແຕ່ງດອງ ອາດເປັນວັນພິເສດ ຫຼື ເປັນວັນຄົບຮອບແຕ່ງດອງກໍໄດ້ ຖ້າຕິດຕາມນໍາກັນ

ເຊິ່ງບັນຍາກາດດີສຸດໆ ຟິນ ອົບອຸ່ນ ນໍ້າຕາຂອງຄວາມດີໃຈ ຕື້ນຕັນໃຈ ເອື້ອຍໄຊ ປ່ອຍອອກມາດ້ວຍຄວາມຊາບຊຶ້ງແບບຜູ້ຍິວຄົນໜຶ່ງທີ່ຖືກເຊີ້ໄພ້ຈາກຄົນຮັກ

ເຊິ່ງວ່າພິທີກໍຈັດທີ່ລີສອດຂອງອ້າຍເຈ້ຍ ກໍຄືຄອບຄົວນັ້ນແຫຼະ ທີ່ Pacific Blue Restaurant ວັນທີ 5 ກຸມພາ 2022
ບອກເລີຍ ອ້າຍເຈ້ຍນຽນສຸດໆ ເພາະລັກເຂົ້າໄປເບິ່ງເຟດບຸກເພິ່ນບອກວ່າ ຮັບຈັດງານດອງຄືກັນເດີ້, ມື້ແລງມີງານດອງ ເຊິ່ງງານນັ້ນ

.

ເປັນຂອງຕົນເອງ ທີ່ໄດ້ຕ້ຽມກັບທີມງານ ອ້າຍເອື້ອຍນ້ອງໃນວົງການໄວ້ຫຼາຍໆຄົນແລ້ວ
ນີ້ເປັນບັນຍາກາດ

ແນວໃດກໍດີໃຈນໍາເດີ້ ປື້ມໃຈ ອິດສາແທນ ຢາກມີໂມເມັ້ນແບບນີ້

.

ຈາກ: Phoumsana Sirivongsa