ພົບຜູ້ຕິດເຊື້ອໂຄວິດ 19 ຫຼາຍກ່ອນໝູ່ມື້ນີ້ ແຂວງຊຽງຂວາງ 102 ຄົນ, ໃນຜູ້ຕິດເຊື້ອທັງໝົດ 476 ຄົນ

113

ຄະນະສະເພາະກິດດ ກະຊວງສາທາລະນະສຸກ ມາລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 5 ກຸມພາ ປີ 2022 ວ່າ
ມາຮອດວັນທີ 4 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.906 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 488 ຄົນ (ຕິດເຊື້ອພາຍໃນ 476 ຄົນ ແລະ ນໍາເຂົ້າ 12 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 476 ຄົນ ຈາກ 16 ແຂວງ ( ແຂວງບໍ່ມີລາຍງານ ຄື ຫຼວງນໍ້າທາ) ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ຊຽງຂວາງ 102 ຄົນ, ນະຄອນຫຼວງ 93 ຄົນ, ສາລະວັນ 74 ຄົນ, ຫົວພັນ 39 ຄົນ, ໄຊຍະບູລີ 28 ຄົນ, ອັດຕະປື 24 ຄົນ, ບໍລິຄໍາໄຊ 21 ຄົນ, ໄຊສົມບູນ 21 ຄົນ, ວຽງຈັນ 16 ຄົນ
ອຸດົມໄຊ 16 ຄົນ

ຈໍາປາສັກ 13 ຄົນ, ເຊກອງ 8 ຄົນ, ຄໍາມ່ວນ 6 ຄົນ, ສະຫັວນນະເຂດ 5 ຄົນ, ຫຼວງພະບາງ 4 ຄົນ, ບໍ່ແກ້ວ 3 ຄົນ ແລະ ຜົ້ງສາລີ 3 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 12 ຄົນ ທັງໝົດຈາກ ນະຄອນຫຼວງ 2 ຄົນ, ຄໍາມ່ວນ 01 ຄົນ, ບໍລິຄໍາໄຊ 01 ຄົນ, ສະຫວັນນະເຂດ 04 ຄົນ ແລະ ຈໍາປາສັກ 04 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136.148 ກໍລະນີ, ອອກໂຮງໝໍວານນີ້ 604 ຄົນ, ກຳລັງປິ່ນປົວ 4.542 ຄົນ ແລະ ເສຍຊີວິດສະສົມທັງໝົດ 565 ຄົນ (ເສຍຊິວິດໃໝ່ 03 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ອັດຕະປື 2 ຄົນ ແລະ ບໍ່ແກ້ວ 01 ຄົນ.