ອົງການຜະລິດຕະພາບແຫ່ງອາຊີ ມອບເຮືອນຮົ່ມ ໃຫ້ກຸ່ມປູກຜັກບ້ານຫຼັກ10

119

ເຮືອນຮົ່ມເປັນອົງປະກອບທີ່ສຳຄັນ ສຳລັບຊາວກະສິກອນທີ່ຕ້ອງເຮັດການຜະລິດເປັນສິນຄ້າຢ່າງຈີງຈັງ ໂດຍສະເພາະຊ່ວຍບັງແດດບັງຝົນໃຫ້ພືດຜັກສາມາດເຕີບໂຕໄດ້ ໃນໄລຍະທີ່ມີຝົນຕົກຟ້າແດດຮຸນແຮງ.

ພິທີ ມອບ-ຮັບ ເຮືອນຮົ່ມ ພາຍໃຕ້ໂຄງການສະໜອງເຮືອນຮົ່ມໃຫ້ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ຂະໜາດກາງ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກອົງການຜະລິດຕະພາບແຫ່ງອາຊີ ເພື່ອຊ່ວຍປະເທດສະມາຊິກ ຮັບມືຜົນກະທົບຈາກໂຄວິດ-19 ໃຫ້ແກ່ກຸ່ມປູກຜັກ ບ້ານຫຼັກ10, ເມືອງໄຊ, ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 3 ກຸມພານີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ພ້ອມພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ບຸນເຖິງ ດວງສະຫວັນ ໃຫ້ສຳພາດວ່າ: ຈຸດປະສົງຂອງໂຄງການ ແມ່ນເພື່ອຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວກະສິກອນໃນການປັບປຸງຜະລິດຕະພາບ ແລະ ຄຸນນະພາບ ຂອງສິນຄ້າກະສິກຳໃຫ້ໄດ້ມາດຕະຖານ, ກາຍເປັນຕົວແບບການຜະລິດທີ່ສະອາດ ແລະ ປອດໄພ.

ສຳລັບໂຄງການສະໜອງເຮືອນຮົ່ມໃຫ້ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ຂະໜາດກາງ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກອົງການຜະລິດຕະພາບແຫ່ງອາຊີ ເພື່ອຊ່ວຍປະເທດສະມາຊິກຮັບມືຜົນກະທົບຈາກໂຄວິດ-19 ສຳລັບ ສປປ ລາວ ໄດ້ຮັບການຈັດຊື້ເຮືອນຮົ່ມມີມູນຄ່າທັງໝົດ 90.000 ໂດລາສະຫະລັດ ຫຼື ປະມານ 900 ກວ່າລ້ານກີບ ລວມມີ 6 ແຂວງ.

ສໍາລັບແຂວງອຸດົມໄຊ ແມ່ນໄດ້ຮັບການຊ່ວຍເຫຼືອເຮືອນຮົ່ມ ຈໍານວນ 3 ຫຼັງ ເປັນເຮືອນຮົ່ມຂະໜາດໃຫຍ່ ລວງຍາວ 24 ແມັດ, ກວ້າງ 6 ແມັດ ແລະ ສູງ 3 ແມັດ ລວມມູນຄ່າ ເກືອບ 100 ລ້ານກີບ.