ໃນຕອນບ່າຍວັນທີ 03 ກຸມພາ 2022 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່); ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ໃຫ້ກຽດໂອ້ລົມ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍ ໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ໃນພິທີ, ທ່ານ ທອງຈັນ ໂຂງພູມຄໍາ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ທ່ານ ຄຳເຈນ ວົງໂພສີ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງແຜນການ ແລະ ການລົງທຶນ; ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເປັນເລຂາຄະນະບໍ ລິຫານງານຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງທ່ານ ອາລຸນໄຊ ສູນນະລາດ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ໃນພິທີມອບ-ຮັບໜ້າທີ່ ໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ໃນການນໍາພາ-ຊີ້ນຳວຽກງານທີ່ໄດ້ຮັບມອບໝາຍ ຂອງທ່ານ ຄຳເຈນ ວົງໂພສີ ແລະ ທ່ານ ອາລຸນໄຊ ສູນນະລາດ ເຊິ່ງມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈ ຈາກກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານ.

ສໍາລັບຜົນງານ ກໍ່ຄືການນຳພາ-ຊີ້ນຳ ຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນ ເຂົ້າໃນການສ້າງ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການເປັນເສນາທິການ, ການປະສານງານ ແລະ ການບໍລິການ ໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ໃນນີ້ ອັນພົ້ນເດັ່ນ ແມ່ນໄດ້ນໍາພາປັບປຸງແບບ ແຜນວິທີເຮັດວຽກ ໃນການເປັນເສນາທິການ ຮັບໃຊ້ກອງປະຊຸມຕ່າງໆຂອງລັດຖະບານ, ນາຍົກ- ຮອງນາຍົກລັດຖະມົນຕີ, ການຄົ້ນຄວ້າອອກນິຕິກໍາຕ່າງໆ ລວມທັງ ການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດຖະບານ ໃນແຕ່ລະໄລຍະ ເພື່ອໃຫ້ຮັບປະກັນຄຸນນະພາບ, ມີປະສິດທິຜົນສຸງ ແລະ ວ່ອງໄວ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານໄດ້ນັບມື້ດີຂຶ້ນ.

ເພື່ອສືບຕໍ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ທ່ານຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າກົມການເມືອງ ກໍຄືລັດຖະບານ ໄດ້ຊີ້ນຳໃຫ້ທ່ານ ລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜູ້ໃໝ່ ກໍຄືພະນັກງານ, ສະມາຊິກພັກ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ເອົາໃຈໃສ່ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ສືບຕໍ່ສຸມໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນ ເປັນຕົ້ນ:
.
ຍົກສູງບົດບາດ ແລະ ຄຸນນະພາບ ການກຳ ແໜ້ນສະພາບການ, ການຄົ້ນຄວ້າ-ສັງລວມ, ການກວດກາ-ກັ່ນກອງ, ການບັນນາທິການ ແລະ ການສະເໜີທັດສະນະ, ຄຳຄິດເຫັນຊ່ວຍການນຳ ໃຫ້ຮອບດ້ານ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ ເພື່ອເຮັດໃຫ້ການພິຈາລະນາ ແລະ ຕົກລົງບັນຫາຂອງການນຳ ມີປະສິດທິພາບ, ຮັບປະກັນທັງດ້ານນິຕິກຳ ແລະ ເນື້ອໃນ ຢ່າງຄົບຖ້ວນ. ພ້ອມນີ້ໃຫ້ເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມລັບທາງລັດຖະການ ເປັນຕົ້ນ ຄວາມລັບໃນການເຄື່ອນ ໄຫວ, ຊີ້ນໍາ ແລະ ຕົກລົງ ຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ຄວາມລັບທາງດ້ານເອກະ ສານ ໃຫ້ໄດ້ດີກວ່າເກົ່າ.