ເລື່ອງຄວນຮູ້ໄວ້ ! ເກືອສາມາດຮັກສາ ຊ່ວຍຫຼຸດອາການບວມຄັນຂອງຕຸ່ມຈາກ ແມງໄມ້ກັດຕ່ອຍໄດ້

96

ມື້ນີ້ນໍາເລື່ອງດີໆ ມາຝາກກັນ ກ່ຽວກັບເກືອ ເຊິ່ງວ່ານອກຈາກຈະໃຊ້ປຸງແຕ່ງອາຫານແລ້ວ ຍັງມີສັບພະຄຸນຫຼາຍໆຢ່າງ ທີ່ບາງທ່ານອາດຍັງບໍ່ຮູ້, ດັ່ງທາງເພຈ໌ ສາລະໜ້າຮູ້ Salanarhoo ທີ່ໄດ້ເຜີຍຂໍ້ມູນວ່າ ເກືອສາມາດຮັກສາ ຊ່ວຍຫຼຸດອາການບວມຄັນຂອງຕຸ່ມຈາກ ແມງໄມ້ກັດຕ່ອຍໄດ້

ເລື່ອງປົກກະຕິທີ່ເມື່ອເຮົາຖືກແມງໄມ້ກັດ, ຕອດ ແລ້ວ ຈະເຮັດໃຫ້ມີອາການຄັນ ແລະເກີດຕຸ່ມບວມພອງຂຶ້ນມາ ເພາະພິດຂອງພວກມັນນັ້ນເອງ ຈົນເຖິງຂັ້ນຫາຢາໝ່ອງມາທາ ເພື່ອບັນເທົາອາການ.

ແຕ່ຖ້າໃຜບໍ່ມັກຄວາມແສບຮ້ອນ ແລະ ກິ່ນຂິວຂອງຢາໝ່ອງ ກໍສາມາດໃຊ້ອີກວິທີນຶ່ງໃນການບັນເທົາອາການຄັນຈາກແມງໄມ້ກັດ, ຕອດ ໄດ້ ນັ້ນຄື ໃຫ້ໃຊ້ຜ້າຂົນໜູຈຸບນໍ້າເກືອ ແລ້ວນຳມາປົກໃສ່ບໍລິເວນທີ່ຖືກແມງໄມ້ກັດ ກໍຈະຊ່ວຍຫຼຸດອາການບວມຄັນຂອງຕຸ່ມທີ່ເກີດຂຶ້ນໄດ້.

ແຕ່ຂໍ້ຄວນຮູ້ກໍຄື ຖ້າແມງໄມ້ຊະນິດທີ່ມີພິດແຮງ ຄົງຈະໃຊ້ເກືອບໍ່ໄດ້ ເຊັ່ນ ແມງມຸມ ຫຼື ແມງງອດນັ້ນເອງ ລອງນໍາເອົາໄປໃຊ້ ແລະ ປະຕິບັດເບິ່ງເດີ້

ຂໍ້ມູນຈາກ: ສາລະໜ້າຮູ້ Salanarhoo
ຮຽບຮຽງ ເມລີ
ຮູບພາບ: Google