27 ນັກເຕະຢູ 23 ລາວ ຮ່ວມຝຶກຊ້ອມກຽມລຸຍ ບານເຕະຊີງແຊັມອາຊຽນ 2022

117

ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ 27 ນັກເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີທີ່ຢູ່ໃນໄລຍະການຝຶກຊ້ອມ ແລະ ຄັດເລືອກທີມຊາດລາວ ເພື່ອກຽມຄວາມພ້ອມໃນການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຮຸ່ນ ອາຍຸບໍ່ເກີນ 23 ປີ ປະຈຳປີ 2022 AFF U23 Championship 2022 ຈັດຂຶ້ນທີ່ ປະເທດກຳປູເຈຍ.

ເຊິ່ງການຝຶກຊ້ອມຄັ້ງນີ້ແມ່ນນໍາໂດຍ ທ່ານ Michael Weiss ຫົວໜ້າຄູຝຶກທີມຊາດລາວ ຢູ 23 ສັນຊາດເຢຍລະມັນ, ທ່ານ ກັນລະຍາ ສີສົມຫວັງ ຜູ້ຊ່ວຍຄູຝຶກ, ທ່ານ ສຸບິນ ແກ້ວເພັດ ຜູ້ຊ່ວຍຄູຝຶກ ແລະ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຄູຝຶກປະຕູ ເຊິ່ງ 27 ລາຍຊື່ຂອງທີມຊາດລາວ ຊຸດນີ້ປະກອບມີ:

+ຜູ້ຮັກສາປະຕູ:
1. ທ້າວ ສີອໍາພອນ ແສງສະຫວ່າງ ຈາກຊ້າງນ້ອຍ ເອັຟຊີ
2. ທ້າວ ແກ້ວອຸດອນ ສຸວັນນະສັງໂສ ຈາກກອງທັບ ເອັຟຊີ
3. ທ້າວ ພູນີນ ໄຊຍະສອນ ຈາກເອສະຣາ ເອັຟຊີ
4. ທ້າວ ບຸນເພັງ ຂາວພູມີ ຈາກ ທະເວັນຕີ້ຊິກ

+ກອງຫຼັງ:
5. ທ້າວ ພຸດທະວົງ ສັງວິໄລ ຈາກ ເອສະຣາ ເອັຟຊີ
6. ທ້າວ ແອັດ ວຽງຄໍາ ຈາກ ມາດເຕີ້ ເຊເວັ້ນ
7. ທ້າວ ໄກ່ທອງ ຟ້າຍຂາວ ຈາກ ທະເວັນຕີ້ຊິກ
8. ທ້າວ ທິລະພົນ ປະຖໍາມະວົງ ຈາກທະເວັນຕີ້ຊິກ

9. ທ້າວ ນະລົງສີດ ຈັນທະລັງສີ ຈາກແຂວງຈໍາປາສັກ
10. ທ້າວ ຈັນນິຈອນ ຈັນທະວົງ ຈາກແຂວງຈໍາປາສັກ
11. ທ້າວ ເພັດດາວັນ ສົມສະນີດ ຈາກແຂວງຈໍາປາສັກ
12. ທ້າວ ອີນທະຈັກ ສີສຸພັນ ຈາກແຂວງຫຼວງພະບາງ

+ກອງກາງ:
13. ທ້າວ ທະນູທອງ ກຽດນະລົງລົບ ຈາກຊ້າງນ້ອຍ ເອັຟຊີ
14. ທ້າວ ດາໜຸດ ທອງຄໍາສະຫວັດ ຈາກແຂວງຈໍາປາສັກ
15. ທ້າວ ກ້ວຍເຈັ໋ງ ໜູພັກດີ ຈາກແຂວງຈໍາປາສັກ
16. ທ້າວ ບຸນມີ ປີ່ນແກ້ວ ຈາກແຂວງຈໍາປາສັກ

17. ທ້າວ ພູວຽງ ພູມສະຫວັດ ຈາກແຂວງຈໍາປາສັກ
18. ທ້າວ ທອງສະໄໝ ປີ່ນນາລອນ ຈາກແຂວງຈໍາປາສັກ
19. ທ້າວ ອານຸສັກ ຫລວງອາມາດ ຈາກນະຄອນຫຼວງ
20. ທ້າວ ວົງພະຈັນ ພຸດທະວົງ ຈາກ ເອັຟຊີ ຈັນທະບູລີ
21. ທ້າວ ຈັນທະວີໄຊ ຂຸນທຸມພອນ ຈາກແຂວງສະຫວັນນະເຂດ
22. ທ້າວ ຄອນສະຫວັນ ແກ້ວໜູຈັນ ຈາກ ເອັຟຊີ ຈັນທະບູລີ

+ກອງຫນ້າ
23. ທ້າວ ທິບພະຈັນ ຄໍາໃບອ່ອນ ຈາກແຂວງຈໍາປາສັກ
24. ທ້າວ ບຸນພະຈັນ ບຸນກອງ ຈາກຊ້າງນ້ອຍ ເອັຟຊີ
25. ທ້າວ ໂຈນີ້ ແຫວນປະເສີດ ຈາກ ເອສະຣາ ເອັຟຊີ
26. ທ້າວ ສຸກສາຄອນ ບົງໄພວັນ ຈາກ ເອັຟຊີ ຈັນທະບູລີ
27. ທ້າວ ວີສີດ ບຸນປະເສີດ ຈາກແຂວງສາລະວັນ

ສໍາລັບ ການແຂ່ງຂັນລາຍການດັ່ງກາວ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 14-26 ກຸມພາ 2022 ໂດຍຈະແຂ່ງຂັນຢູ່ 2 ສະໜາມຄື: Morodok Techno National Stadium ແລະ Prince Stadium ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ບີ ປະກອບມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ລາວ.
ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ
– ວັນທີ 15 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ
– ວັນທີ 18 ກຸມພາ 2022 ເວລາ 16:00 ໂມງ ທີມຊາດລາວ ພົບ ທີມຊາດມາເລເຊຍ
– ວັນທີ 21 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ທີມຊາດມຽນມາ

ທຸກໆນັດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ Prince Stadium ແລະ ຈະມີການຖ່າຍທອດສົດທາງຊ່ອງ BTV ປະເທດກຳປູເຈຍ.
ສຳລັບ ການແຂ່ງຂັນບານເຕະນັດອຸ່ນເຄື່ອງຂອງທິມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ແມ່ນຈະໄດ້ໄປອຸ່ນເຄື່ອງ ຢູ່ແຂວງຈຳປາສັກ
– ວັນທີ 6 ກຸມພາ 2022 ເວລາ 15:30 ໂມງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ພົບ ແຂວງສາລະວັນ
– ວັນທີ 9 ກຸມພາ 2022 ເວລາ 15:30 ໂມງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ພົບ ສະໂສອນ ກິລາບານເຕະ ຈຳປາສັກ

ໂດຍທັງ 2 ນັດ ແມ່ນຈະແຂ່ງຂັນຢູທີ່ສະໜາມກິລາແຂວງຈຳປາສັກ.
ຮູບ-ຂໍ້ມູນຈາກ: ສຕລ; ຮຽບຮຽງ: ຫຼ້າ MKP