ເສດຖະກິດ ກຳປູເຈຍ ຈະເຕີບໂຕບໍ່ຕ່ຳວ່າ 5% ໃນປີນີ້

02 Feb 2022

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຊິນຮວາລາຍງານວ່າ ສົມເດັດ ຮຸນເຊນ ນາຍົກລັດ ຖະມົນຕີ ກຳປູເຈຍ ກ່າວວ່າ: ປີ 2022 ນີ້ ເສດຖະກິດ ຂອງກຳປູເຈຍຈະເຕີບໂຕຫຼາຍກວ່າ 5% ຫຼັງຈາກເປີດປະເທດຢ່າງເຕັມຮູບແບບ ຕັ້ງແຕ່ເດືອນພະຈິກປີຜ່ານມາ ໂດຍໄດ້ຮັບແຮງຊຸກຍູ້ຈາກອັດຕາການສັກວັກຊີນປ້ອງກັນໂຄວິດ-19 ໃນລະດັບສູງ ເຮັດໃຫ້ກິດຈະກຳທາງເສດຖະກິດ-ສັງຄົມກັບຄືນສູ່ປົກກະຕິ.

ທ່ານ ຮຸນເຊນ ກ່າວໃນພິທີມອບ-ຮັບ ວັກຊີນປ້ອງກັນໂຄວິດ-19 ຈຳນວນ 300.000 ໂດສ ຈາກການຊ່ວຍເຫຼືອຂອງໂປໂລຍວ່າ: ຄວາມສຳເລັດຂອງແຜນການສັກວັກຊີນປ້ອງກັນໂຄວິດ-19 ສົ່ງຜົນໃຫ້ ເສດຖະກິດ ຂອງປະເທດ ສາມາດເຕີບໂຕ ໄວກວ່າ ທີ່ຄາດການໄວ້. ເສດຖະກິດ ກຳປູເຈຍ ໃນປີ 2021 ຂະຫຍາຍຕົວ 3% ແລະ ຄາດວ່າ ໃນປີ 2022 ຈະຢູ່ໃນລະດັບບໍ່ຫຼຸດ 5%, ເນື່ອງມາຈາກການເປີດປະເທດ ຢ່າງເຕັມຮູບແບບ ແລະ ກິດຈະກຳທາງເສດຖະກິດ ແລະ ສັງຄົມກັບຄືນສູ່ພາວະ ປົກກະຕິທົ່ວທຸກພາກສ່ວນ ຂອງເສດຖະກິດ ແລະ ໄດ້ຮັບແຮງຍູ້ຫຼັກຈາກຂະແໜງການກະສິກຳ, ການທ່ອງທ່ຽວ, ການສົ່ງອອກເຄື່ອງນຸ່ງຫົ່ມ, ອະສັງຫາລິມະຊັບ ແລະ ການກໍ່ສ້າງ.

ກະຊວງສາທາ ລະນະສຸກ ກຳປູເຈຍເປີດເຜີຍວ່າ: ປັດຈຸບັນກຳປູເຈຍ ມີປະຊາຊົນສັກວັກຊີນປ້ອງກັນໂຄວິດ-19 ເຂັມທຳອິດແລ້ວ 14,35 ລ້ານຄົນ ກວມເອົາ 89,7% ຂອງ ປະຊາກອນ ທັງໝົດ 16 ລ້ານຄົນ ແລະ ມີຜູ້ສັກວັກຊີນຄົບສອງໂດສແລ້ວ 13,75 ລ້ານຄົນ ກວມເອົາ 86% ຂອງ ປະຊາກອນ ທັງໝົດ ,ໂດຍສ່ວນຫຼາຍຈະເປັນວັກຊີນຊີໂນແວັກ ແລະ ຊີໂນຟາມ ຈາກ ສປ ຈີນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ