ກີ້ ມະນີດາ ແໜ້ນຮວງມາລາ ຖ່າຍແບບ ໃນໂອກາດບຸນປີໃໝ່ຂອງຈີນ-ຫວຽດນາມ

234

ເນື່ອງໃນໂອກາດ ວັນບຸນປີໃໝ່ຂອງເຊື້ອສາຍຊາວຈີນ ແລະ ຫວຽດນາມນີ້ ເຮົາຈະໄດ້ເຫັນວ່າຈະມີດາລາ, ນາງງາມ, ນັກຮ້ອງ, ນາຍແບບ,ນາງແບບຕ່າງໆ ສວມໃສ່ຊຸດສີແດງທີ່ງົດງາມ ເຊິ່ງເປັນຊຸດທີ່ນິຍົມສວມໃສ່ສະເພາະໃນການສະເຫຼີມສະຫຼອງວັນປີໃໝ່ ຂອງຊາວຈີນ-ຫວຽດນາມນັ້ນເອງ ພາກັນມາອວດຮູບພາບງາມໆ ຜ່ານໂລກໂຊຊ່ຽວໃນແຟນໆໄດ້ຕິດຕາມກັນ ແລະ ຫຼ້າສຸດສາວງາມຕາຄົມເຈົ້າຂອງຕໍາແໜ່ງຮອງອັນດັບໜຶ່ງ Miss Universe Laos 2021 ກໍໄດ້ສົ່ງຕໍ່ຮູບພາບງາມໆໃຫ້ໄດ້ຕິດຕາມກັນ.

ພາມາອັບເດດຜົນງານໃໝ່ຫຼ້າສຸດຂອງ ກີ້ ມະນິດາ ແໜ້ນຮວງມາລາ ຮອງອັນດັບໜຶ່ງ Miss Universe Laos 2021 ກໍໄດ້ຮ່ວມຖ່າຍຮູບໃສ່ສຸດສີແດງສຸດງາມ ແບບສາວຊາວຈີນ-ຫວຽດນາມ ໃນການຖ່າຍປົກວາລະສານ ສໍາບັບໜຶ່ງ ພ້ອມກັບບັນດາຜູ້ໄດ້ຮັບຕໍາແໜ່ງ Miss Universe Laos 2021 ຢ່າງສາວ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ແລະ ຮອງອັບດັບສອງ Miss Universe Laos 2021 ໂຢ່ໂຢ້ ວານິພອນ ພູມມີໄຊ ນັ້ນເອງ ງົດງາມຫາທີ່ຕິບໍ່ໄດ້ເລີຍ ສໍາລັບທັງສາມຄົນນີ້.

ສໍາລັບ ກີ້ ມະນິດາ ແໜ້ນຮວງມາລາ ມາໃນລຸກຂອງສາວຕາຄົມກັບສຸດສີແດງອັນສະງ່າງາມທັງສອງຊຸດ ບອກໄດ້ເລີຍວ່າເປັນການຖ່າຍແບບທີ່ລົງໂຕ ແລະ ງົດງາມທີ່ສຸດ ຈົນໃຜທີ່ໄດ້ເຫັນຮູບພາບຊຸດນີ້ຕ້ອງຕົກຢູ່ໃນວັງວົນແຫ່ງຄວາມງາມຂອງສາວຄົນນີ້ເລີຍກໍວ່າໄດ້.

ສາວງາມ ມະນິດາ ເອີ້ນໄດ້ວ່າເປັນຕໍານານນາງຮອງເລີຍກໍວ່າໄດ້ ເພາະຜ່ານມາກີ້ເຄີຍປະກວດນາງສາວອາພອນເຜົ່າ 2015 ສາມາດຄວ້າລາງວັນຮອງດັບ 1ໄດ້, ປະກວດປະຕິທິນ 2017 ຂອງບໍລິສັດຊີມັງລາວຕິດ 1ໃນ 6 ຂອງການຖ່າຍປະຕິທິນ, ລ່າສຸດແມ່ນເຂົ້າປະກວດເວທີ Miss Lao 2018 ສາມາດຄວ້າລາງວັນຮອງອັນດັບ3ມາໄດ້ ແລະ      ອີກໜຶ່ງຕໍາແໜ່ງທີ່ຄວ້າມາໄດ້ໃໝ່ເລີຍກໍແມ່ນຮອງອັນດັບໜຶ່ງ Miss Universe Laos 2021  ຖືໄດ້ວ່າຜ່ານມາຫຼາກຫຼາຍເວທີ ແລະ ປະສົບການແໜ້ນເລີຍຄົນນີ້.

ຈຸດເດັ່ນຂອງມະນິດາ ຄື: ແວວຕາ, ສີຜິວ, ຄວາມໝັ້ນໃຈ ແລະ ຄວາມເປັນເອກະລັກຂອງຕົວເອງ ແລະ ຍັງມີຄະຕິປະຈໍາໃຈຄື “ບຸກຄົນທີ່ບໍ່ເຄີຍເຮັດຜິດພາດ ຈະບໍ່ມີວັນໄດ້ຮຽນຮູ້ສິ່ງໃໝ່”. ເປັນສາວງາມອີກໜຶ່ງຄົນທີ່ຕັ້ງແຕ່ເຂົ້າຮ່ວມການປະກວດ ກໍມີແຟນໆນາງງາມຮ່ວມເຊຍ ແລະ   ສົ່ງໃຫ້ກໍາລັງໃຈດີໆໜາແໜ້ນ, ລົ້ນເຫຼືອຢູ່ມາໂດຍຕະຫຼອດ ແລະ ຈົນມາເຖິງຕອນນີ້ກໍຍັງມີແຟນໆນາງງາມພ້ອມສະໜັບສະໜູນທຸກຜົນງານຕະຫຼອດມາ.

ແລະມື້ນີ້ທີມຂ່າວບັນເທີງກໍໄດ້ນໍາເອົາ ຮູບພາບງາມໆຂອງການຖ່າຍແບບອວຍ ພອນ ແລະ ສະເຫຼີມສະຫຼອງວັນບຸນປີໃໝ່ຂອງຊາວຈີນ-ຫວຽດນາມ ມາໃຫ້ໄດ້ຊົມກັນ ແລະ ທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງສາວງາມຕາຄົມຄົນນີ້ໄດ້ຜ່ານທາງເພສບຸກສ່ວນຕົວ Manida Nenhouangmalaໄດ້ເລີຍ.

[ ຮູບ: Kaona Organizers, Manida Nenhouangmala]