ມວຍລາວ ພ້ອມຈັດ 6 ລຸ້ນໃນກີລາແຫ່ງຊາດ ແລະ ພ້ອມສົ່ງ 4 ລຸ້ນຮ່ວມຊີເກມ ຄັ້ງທີ 31

136

ສະຫະພັນມວຍລາວແຫ່ງຊາດ ພ້ອມແລ້ວທີ່ຈະຈັດແຂ່ງຂັນໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເຫຼືອພຽງການໄດ້ຮັບອະນຸຍາດຈາກຄະນະຈັດການແຂ່ງຂັນກໍຈະໄດ້ສາມາດເລີ່ມໄດ້ທັນທີ ໂດຍຈະຈັດແຂ່ງຂັນ 6 ລຸ້ນນໍ້າໜັກ, ສ່ວນງານມະກະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ມວຍລາວ ກໍພ້ອມແລ້ວທີ່ຈະສົ່ງຮ່ວມຊີງໄຊ 4 ລຸ້ນນໍ້າໜັກ.

ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ທັງເປັນປະທານສະຫະພັນມວຍໂລກ ໃຫ້ສໍາພາດກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ສໍາລັບການກະກຽມຂອງກີລາມວຍລາວ ໃນກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນນາມທາງ ສະຫະພັນມວຍລາວແຫ່ງຊາດ ກໍໄດ້ກຽມພ້ອມໝົດແລ້ວບໍ່ວ່າຈະເປັນນັກກີລາ, ບ່ອນຝຶກຊ້ອມ ແລະ ອື່ນໆ ລວມເຖິງຄະນະກໍໄດ້ແບ່ງຄວາມຮັບຜິດຊອບໝົດແລ້ວ ຂໍພຽງຄະນະຈັດການແຂ່ງຂັນສັ່ງເລີ່ມກໍຈະສາມາດເລີ່ມໄດ້ທັນທີ ເຊິ່ງປັດຈຸບັນແມ່ນເນັ້ນໃຫ້ຫຼາຍສະໂມສອນກຽມນັກກີລາ ແລະ ກຽມຄວາມພ້ອມໄວ້, ສ່ວນການແຂ່ງຂັນແມ່ນກໍານົດແຂ່ງຂັນ 6 ລຸ້ນ ( ເບິ່ງລາຍລະອຽດເພີ່ມຕື່ມວ່າມີລຸ້ນໃດແດ່ໄດ້ທີ່ຄລິບລຸ່ມນີ້ )

ສ່ວນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ແມ່ນຈະຈັດຂຶ້ນໃນເດືອນພຶດສະພາ 2022 ພວກເຮົາແມ່ນຈະສົ່ງໄປຮ່ວມຊີງໄຊ 4 ລຸ້ນໃນນັ້ນເປັນຍິງ 1 ລຸ້ນ ເຊິ່ງພວກເຮົາເລືອກເອົານັກກີລາທີ່ມີຄວາມຫວັງ ແລະ ມີຄວາມເປັນໄປໄດ້ສູງສຸດຄື ຫວັງຫຼຽນຄໍາ ບໍ່ເນັ້ນການສົ່ງນັກກີລາເຂົ້າຮ່ວມຫຼາຍຄົນ, ສ່ວນຄວາມທ້າທາຍ ແລະ ຄູ່ແຂ່ງທີ່ສໍາຄັນກໍຈະເປັນເຈົ້າພາບ ຫວຽດນາມ ແລະ ກໍາປູເຈຍ ລວມເຖິງ ໄທ ແລະ ມຽນມາ ທີ່ມີການຊ້ອມເອົາແທ້ເອົາວ່າ ແລະ ມີນັກກີລາທີ່ມີຄຸນນະພາບ.

ສໍາລັບ ທັບນັກກີລາມວຍລາວ ຜົນງານຫຼ້າສຸດໃນຊີເກມ ກໍຄືຊີເກມຄັ້ງທີ 30 ທີ່ປະເທດຟິລິບປິນ ໃນປີ 2019 ຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ, ເຊິ່ງ 1 ຫຼຽນເງິນໄດ້ຈາກ ສຸລິໄຊ ສິງສະຫວັດ ທີ່ເສຍໃຫ້ກັບ ນັກມວຍຈາກມາເລເຊຍ ໃນຮອບຊີງຫຼຽນຄໍາລຸ້ນ 45 ກິໂລກຣາມ, ສ່ວນອີກ 2 ຫຼຽນທອງໄດ້ຈາກ ໄກ່ ເກດນຸວົງ ໃນລຸ້ນ 57 ກິໂລກຣາມ ແລະ ນາງ ພຸດທະສອນ ( Phouthasone Keosayavong ) ໃນຮຸ່ນ 45 ກິໂລກຣາມ.