ຫຼວງພະບາງອີກໜຶ່ງແຂວງທີ່ເກັບລາຍຮັບໄດ້ລື່ນແຜນ

77

ໃນທ້າຍເດືອນມັງກອນຜ່ານມາ ພະແນກການເງິນແຂວງຫຼວງພະບາງໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດງົບປະມານທົ່ວແຂວງ ປະຈໍາປີ 2021 ແລະວາງທິດທາງແຜນງົບປະມານປະຈໍາປີ 2022 ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດ ແຂວງ,ມີຫົວໜ້າພະແນກການເງິນ, ພາສີ-ອາກອນ, ຫົວໜ້າ-ຮອງຫົວໜ້າພະແອນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງພ້ອມດ້ວຍຫົວໜ້າຫ້ອງການໆເງິນ 11 ເມືອງ 1ນະຄອນເຂົ້າຮ່ວມ.


ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນ ແຂວງຫຼວງພະບາງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດງົບປະມານທົ່ວແຂວງ ປະຈໍາປີ 2021 ແລະ ວາງທິດທາງແຜນງົບປະ ມານປະຈໍາປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນດ້ານການເກັບລາຍຮັບໃນປີ 2021 ມາມາດປະຕິບັດໄດ້ 373,36 ຕື້ກວ່າກີບ ລື່ນແຜນການ(ແຜນ 351,15 ຕື້ກີບ),ດ້ານລາຍຈ່າຍປະຕິບັດໄດ້ 645,53 ຕື້ ກີບ,ໄດ້ເບີກກຈ່າຍເງິນເດືອນສໍາເລັດແລ້ວທົ່ວແຂວງ ບໍ່ກາຍວັນທີ 25 ຂອງທຸກໆເດືອນ.

ສາເຫດທີ່ພາໃຫ້ການຈັດຕັ້ງປະຕິບັດລາຍຮັບງົບປະມານໄດ້ລື່ນແຜນໃນປີ 2021 ນັ້ນ ແມ່ນຍ້ອນໄດ້ຊຸກຍູ້ຫົວໜ່ວຍທຸລະກິດ ແຈ້ງ-ມອບດ້ວຍຕົນເອງຜ່ານລະບົບແທັກລິສ(TaxRis),ຜ່ານເວບໄຊ,ຜ່ານທະນາຄານ ແລະ ຜ່ານລະບົບ ອີຊີແທັກ(Easy-tax) ພ້ອມນີ້ ໄດ້ຍົກສູງໄປຄຽງຄູ່ກັບວຽກງານທີ່ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸງຍາກດ້ານເສດຖະກິດ-ການເງິນ ໂດຍໄດ້ຜັນຂະຫຍາຍຄໍາສັ່ງເລກທີ 18/ນຍ,ລົງວັນທີ 16 ກັນຍາ 2021 ໃຫ້ທຸກຂະແໜງການອື່ນໆທີ່ມີສ່ວນຮ່ວມໃນການຊຸກຍູ້ການເກັບລາຍຮັບໃຫ້ມີປະສິດທິຜົນ,ຫັນວຽກງານໃຫ້ກ້າວສູ່ຄວາມທັນສະໄໝ.

ເຊິ່ງແຂວງຫຼວງພະບາງໄດ້ສຳເລັດ ການກໍ່ສ້າງຊຸມປະຕູ ແລະ ຕິດເຄື່ອງຜ່ານບັດແບບເອເລັກໂຕນິກ ຢູ່ແຫຼ່ງທ່ອງທ່ຽວຕາດກວາງຊີ,ສຳເລັດການຕິດຕັ້ງ ແລະ ຜັນຂະຫຍາຍນຳໃຊ້ລະບົບ TaxRis ຄຸ້ມຄອງລາຍຮັບງົບປະມານແຫ່ງລັດເພີ່ມຕື່ມ 04ເມືອງ ຄື: ເມືອງປາກອູ, ເມືອງງອຍ, ເມືອງຈອມເພັດ, ແລະ ເມືອງພູຄູນ,ໄດ້ຫັນການນຳໃຊ້ ລະບົບທັນສະໄໝໃຫ້ຜູ້ປະກອບການ ແຈ້ງມອບຜ່ານລະບົບTaxRis ລື່ນຕົວຊີ້ວັດທີ່ສູນກາງກຳນົດໃຫ້ແຂວງຢ່າງຕ່ຳບໍ່ໃຫ້ຫຼຸດ 80% ແລະວຽກງານສໍາຄັນອື່ນໆອີກ.


ໃນກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນຈາກບັນດາເມືອງ,ນະຄອນ,ເມືອງ3ສ້າງ ແລະ ພະແນກການອ້ອມຂ້າງ ແລະ ຕອນທ້າຍພິທີຍັງຈະໄດ້ຮັບຟັງການໂອ້ລົມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການເງິນແຂວງຫຼວງພະບາງໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ສີສຸວັນ ລິດທະຈັກ