ສານມຽນມາ ຈະເລີ່ມໄຕ່ສວນ ຄະດີສໍ້ໂກງ ການເລືອກຕັ້ງ ຂອງ ທ່ານ ນາງ ອອງຊານ ຊູຈີ

97

ສຳນັກຂ່າວຣອຍເຕີລາຍງານວ່າ ສານມຽນມາ ຈະເລີ່ມໄຕ່ສວນຄະດີສໍ້ໂກງການເລືອກຕັ້ງຂອງ ທ່ານ ນາງ ອອງຊານ ຊູຈີ ອະດີດຜູ້ນຳມຽນມາ ແລະ ອະດີດປະທານພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕມຽນມາ (NLD) ໃນວັນທີ 14 ກຸມພານີ້.

ທັງນີ້ ກອງທັບມຽນມາ ໄດ້ກ່າວຫາວ່າ ທ່ານ ນາງ ຊູຈີ ສໍ້ໂກງການເລືອກຕັ້ງໃນເດືອນພະຈິກ 2020 ເຮັດໃຫ້ພັກ NLD ໄດ້ຮັບໄຊຊະນະຢ່າງຖະຫຼົ່ມທະລາຍ, ກ່ອນກອງທັບມຽນມາຈະຢຶດອຳນາດເດືອນກຸມພາ 2021.

ກ່ອນໜ້ານີ້ ສານມຽນມາໄດ້ຕັດສິນຄະດີຂອງ ທ່ານ ນາງ ອອງຊານ ຊູຈີ ມາແລ້ວຫຼາຍຄະດີ ໂດຍໄດ້ຕັດອິດສາລະພາບເປັນເວລາ 6 ປີ ແລະ ຍັງອີກຫຼາຍຄະດີ ທີ່ຍັງຢູ່ໃນສານ ເຊິ່ງໃນໄລຍະຜ່ານມາ ທ່ານ ນາງ ຊູຈີ ໄດ້ປະຕິເສດຂໍ້ກ່າວຫາມາໂດຍຕະຫຼອດ.