ສົ່ງເສີມໃຫ້ແຂວງໄຊສົມບູນ ປູກຝັງ-ລ້ຽງສັດເປັນອາຊີບ ຫລຸດຜ່ອນການຖາງປ່າເຮັດໄຮ່

162

ອາຊີບການປູກຝັງ-ລ້ຽງສັດ ຫຼາຍເຂດໃນປະເທດເຮົາຍັງຖືເປັນອາຊີບຫຼັກ ແຕ່ກໍ່ຍັງມີຫຼາຍເຂດທີ່ຍັງມີການຖາງປ່າ-ເຮັດໄຮ່ ແບບເລື່ອນລອຍ ອັນສ້າງຜົນກະທົບຕໍ່ສິ່ງແວດລ້ອມ ດັ່ງນັ້ນ, ເພື່ອເປັນການ ປັບປ່ຽນ ແລະ ໃຫ້ປະຊາຊົນໄດ້ເຂົ້າໃຈຕໍ່ການອະນຸລັກທຳມະຊາດ ໃນໂອກາດທີ່ທ່ານຮອງປະທານປະເທດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ທ່ານໄດ້ຊີ້ນຳແນວທາງໃຫ້ປະຊາຊົນພາຍໃນແຂວງຫັນມາປູກຝັງລ້ຽງສັດເປັນອາຊີບ ແລະຫຼຸດຜ່ອນການຖາງປ່າເຮັດໄຮ່ລົງເທື່ອລະກ້າວ.

ວັນທີ 30 ມັງກອນ 2022 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໜັກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ກໍຄືການນໍາແຂວງໄຊສົມບູນ ຈົ່ງສືບຕໍ່ປຸກລະດົມປະຊາຊົນ ໃຫ້ຫັນມາຢຶດຖືອາຊີບການປູກຝັງ-ລ້ຽງສັດ ຂາຍເປັນສິນຄ້າ ໃຫ້ນັບມື້ນັບຫລາຍ ເພື່ອຫລຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ, ພ້ອມທັງເອົາໃຈໃສ່ຊອກຫາແນວພັນພືດທີ່ດີ ເພື່ອສະໜອງໃຫ້ປະຊາຊົນປູກ ຄຽງຄູ່ກັບການຈັດຝຶກອົບຮົມແນະນໍາເຕັກນິກວິຊາການ ກ່ຽວກັບການປູກ-ການລ້ຽງ ແລະ ວິທີການປົກປັກຮັກສາຕ່າງໆ.

ທັງນີ້ກໍ່ເພື່ອໃຫ້ເຂົາເຈົ້າໄດ້ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບໝາກຜົນດີຂຶ້ນກ່ວາເກົ່າ, ທັງເປັນການສ້າງໃຫ້ເຂົາເຈົ້າມີອາຊີບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ທີ່ດີ, ເສດຖະກິດຄອບຄົວໄດ້ຮັບການແກ້ໄຂ ແລະ ພັດທະນາໄປຕາມທິດທີ່ພັກ-ລັດ ໄດ້ກໍານົດໄວ້.

ໂອກາດດຽວກັນ, ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຮງງານຜະ ລິດແປ້ງມັນສາຄູ ຂອງກຸ່ມບໍລິສັດ ໂກເອກໂກ ຢູ່ບ້ານອອມ ແລະ ການປູກພືດກະສິກຳອິນຊີ ຂອງບໍລິສັດ ທູແຮັບປີຟາມ ລາວ-ເກົາຫລີ ຈໍາກັດ ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ທີ່ເປັນພື້ນຖານການຜະລິດກະສິກຳ ຕິດພັນກັບດໍາລັດ 414 ຂອງລັດຖະບານ ກໍຄື 5 ທ່າແຮງໃນການພັດທະນາ ແຂວງໄຊສົມບູນ ເປັນຕົ້ນ ການຜະລິດກະສິກຳເປັນສິນຄ້າ ຫັນຈາກການຊົມໃຊ້ມາເປັນການຜະລິດ, ເຊິ່ງສອງບໍລິສັດດັ່ງກ່າວ ມີຈຸດປະສົງເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການຊຸກຍູ້, ສົ່ງເສີມປະຊາຊົນຜະລິດກະສິກໍາ ເປັນສິນ ຄ້າ ສ້າງລາຍຮັບເຂົ້າໃນຄອບຄົວ ແນໃສ່ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ໄດ້ຮັບການພັດທະນາດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

ຈາກ: ຄວາມສະຫງົບ