ສະຖາບັນການທະນາຄານ ເລີ່ມເປີດການຮຽນແບບເຊິ່ງໜ້າ 7 ກຸມພານີ້

281

ສະຖາບັນການທະນາຄານ, ທະນາຄານແຫ່ງ ສປປ ລາວ ແຈ້ງການ ເປີດການຮຽນ-ການສອນ ແບບເຊິ່ງໜ້າ ສົກສຶກສາ 2021-2022 ເລີ່ມວັນທີ 07 ກຸມພາ 2022ນີ້ເປັນຕົ້ນໄປ ແຕ່ໃນນັ້ນແມ່ນມີກົດຫຼາຍຂໍ້ທີ່ນ້ອງນັກສືກສາຕ້ອງຮູ້ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ການເຂົ້າຮຽນໃໝ່ປອດໄພ ແລະທຸກຄົນມີຄວາມສະບາຍໃຈ.

ໂດຍອີງຕາມແຈ້ງການ ເລກທີ 08/ສທຄ ລົງວັນທີ 28ມັງກອນ 2022 ກ່ຽວກັບເປີດການຮຽນ-ການສອນແບບເຊິ່ງໜ້າ ສົກສຶກສາ 2021-2022 ສະຖາບັນການທະນາຄານ ໃຫ້ບັນດາຄູ-ອາຈານສອນ, ນັກສຶກສາ ປະລິນຍາຕີ ແລະ ຕໍ່ເນື່ອງປະລິນຍາ ຕີຮຸນ 21 ທຸກສາຂາ ພ້ອມກັນປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດດັ່ງນີ້:

  1. ນັກສຶກສາປະລິນຍາຕີ ແລະ ຕໍ່ເນື່ອງປະລິນຍາຕີ ຮຸ່ນ 21 (ພາກປົກກະຕິ) ທຸກສາຂາແມ່ນໃຫ້ມາຮຽນແບບເຊິ່ງໜ້າ ຢູ່ສະຖາບັນການທະນາຄານ ຕາມຕາຕະລາງການຮຽນ-ການສອນທີ່ໄດ້ອອກໄປແລ້ວ, ສໍາລັບນັກສຶກສາຕໍ່ເນື່ອງ ປະລິນຍາຕີ ຮຸ່ນ 21 (ພາກຄໍ່າ) ທຸກສາຂາ ແມ່ນໃຫ້ມາຮຽນແບບເຊິ່ງໜ້າຢູ່ສະຖາບັນການທະນາຄານ ຕາມຕາຕະລາງທີ່ສະບັບເລກທີ 522/ບວ.ສທຄ ລົງວັນທີ 05 ພະຈິກ 2021;
  2. ນັກສຶກສາທີ່ເຂົ້າມາຮຽນຢູ່ພາຍໃນ ສທຄ ຕ້ອງມີບັດຂຽວສັກວັກຊີນຄົບ 2 ເຂັມຂຶ້ນໄປ, ເວລາເຂົ້າມາ ສທຄ ຕ້ອງ ຜ່ານການວັດອຸນຫະພູມຈາກຄະນະສະເພາະກິດ ແລະ ມີອຸນຫະພູມຕ່ຳກວ່າ 37,5 °C ຈຶ່ງສາມາດເຂົ້າຮຽນໄດ້;
  3. ເວລານັກສຶກສາຢູ່ພາຍໃນ ສທຄ ຫຼື ຫ້ອງຮຽນ ຕ້ອງໃສ່ຜປິດປາກຢູ່ຕະຫຼອດເວລາລ້າງມືໃສ່ແອວກໍຮໍກ່ອນເຂົ້າ ຫ້ອງຮຽນຕາມຈຸດທີ່ກໍານົດໄວ້, ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ປະຕິບັດຕາມລະບຽບຢ່າງເຄັ່ງຄັດ;
  4. ນັກສຶກສາຕ້ອງມີສະເປແອວກໍຮໍຕິດໂຕຢູ່ຕະຫຼອດເວລາ ເພື່ອນໍາໃຊ້ຂ້າເຊື່ອດ້ວຍຕົນເອງເຊັ່ນ: ໃຊ້ສີດລ້າງມື, ສີດ ອ້ອມຕົນຕົວ ແລະ ສີດບໍລິເວນໂຕະຕັ່ງທີ່ຕົນຈະນັ່ງຮຽນຢ່າງເປັນປົກກະຕິ; ໃນເວລາພັກຜ່ອນຫ້າມລວມຕົວກັນທີ່ ໃກ້ຊິດເພື່ອສົນທະນາກັນ ຫຼື ຖ້າຫາກບໍ່ມີຊົ່ວໂມງຮຽນແລ້ວ ໃຫ້ກັບບ້ານທັນທີ ແລະ ບໍ່ໃຫ້ນັດລວມຕົວກັນໄປ ທ່ຽວຫຼິ້ນບ່ອນອື່ນໆ;
  5. ຫ້າມນັກສຶກສາຜູ້ທີ່ບໍ່ສະບາຍ, ຕິດໂຄວິດ ຫຼື ຢູ່ກຸ່ມສ່ຽງ C1 ເຂົ້າມາພາຍໃນ ສທຄ ເດັດຂາດ; ໃນເວລາທີ່ກຳລັງ ຮຽນ ຖ້າຕົນເອງຮູ້ສຶກບໍ່ສະບາຍໃຫ້ແຈ້ງຕໍ່ຄະນະສະເພາະກິດ ສທຄ ທັນທີໂທ 02092288826 (ອຈ ກົງທອງ)
  6. ໃຫ້ນັກສຶກສານຳເອົາແຈ້ງການສະບັບນີ້ ແຈ້ງຕໍ່ຜູ້ປົກຄອງຂອງຕົນເອງເພື່ອຮັບຊາບ ແລະ ຕ້ອງໄດ້ເຫັນດີຈາກຜູ້ ປົກຄອງ ແລະ ຂຶ້ນກັບຄວາມສະໝັກໃຈຂອງນັກສຶກສາກໍລະນີມີການຕິດເຊື້ອຢູ່ພາຍໃນ ສທຄ ແມ່ນບໍ່ໃຫ້ຖື ເປັນຄວາມຮັບຜິດຊອບຂອງ ສທຄ, ຜູ້ປົກຄອງ ຫຼື ນັກສຶກສາບໍ່ສາມາດຮຽກຮ້ອງຄ່າປິ່ນປົວໃດໆຈາກ ສທຄ.
  7. ສຳລັບຜູ້ທີ່ບໍ່ສາມາດມາຮຽນແບບເຊິ່ງໜ້າໄດ້ແທ້ໆ ໃຫ້ແຈ້ງເຫດຜົນຕໍ່ຄູອາຈານຜູ້ຮັບຜິດຊອບ.