ມອບໃບອະນຸຍາດດຳເນີນກິດຈະກຳໃຫ້ສູນຫັດຖະກຳ ແຫ່ງທຳອິດຂອງແຂວງວຽງຈັນ

31 Jan 2022

ຄລິກແຊຣ໌ 0 Facebook WhatsApp

ວັນທີ 27 ມັງກອນ 2022 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະ ເຂົ້າຢ້ຽມຢາມ ແລະ ມອບໃບອະນຸຍາດດຳເນີນກິດຈະການສູນສົ່ງເສີມຫັດຖະກຳໂພນໝີ ແຫ່ງທຳອິດຂອງແຂວງວຽງຈັນ, ຕັ້ງຢູ່ບ້ານໂພນໝີເໜືອ, ເມືອງວຽງຄໍາ, ແຂວງວຽງຈັນ.

ໃນໂອກາດນີ້ ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ທາງສູນໄດ້ຮັບອະນຸຍາດສ້າງຕັ້ງຈາກກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ການລິເລີ່ມບາດກ້າວໃໝ່ຂອງສູນດັ່ງກ່າວ ທີ່ດໍາເນີນກິດຈະການກ່ຽວກັບຫັດຖະກຳຕໍ່າຫູກ, ແຜ່ນແພ, ອອກແບບລວດລາຍ, ຍ້ອມສີທຳມະຊາດ ແລະ ຈັກສານ, ເຄື່ອງທີ່ລະນຶກ ມີຜະລິດຕະພັນຫຼາກຫຼາຍເປັນຕົ້ນ ຊຸດແຕ່ງງານ, ຜ້າສິ້ນ, ແຜ່ນແພ, ກະເປົາ, ເຄື່ອງທີ່ລະນຶກ, ກະຕ່າຂອງຂວັນ ແລະ ອື່ນໆ.

ທ່ານ ນາງ ສົມເພັດ ໂຄດສີເມືອງ ຜູ້ອຳນວຍການສູນສົ່ງເສີມຫັດຖະກຳໂພນໝີ ໄດ້ລາຍງານກ່ຽວກັບການເຄື່ອນໄຫວກິດຈະການຄື ທາງສູນ ໄດ້ຮັບການສົ່ງເສີມ ແລະ ພັດທະນາ, ສະໜັບສະໜູນຈາກບັນດາກົມກະຊວງອຸດສາຫະກຳ ແລະ ການຄ້າ ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ກົມສົ່ງເສີມການຄ້າ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ເປັນຕົ້ນ ການເຂົ້າຮ່ວມຝຶກອົບຮົມເຕັກນິກວິຊາການດ້ານອອກແບບ, ການຕະຫຼາດ, ການຫຸ້ມຫໍ່ ແລະ ການເຂົ້າຫາແຫຼ່ງທຶນ, ການເຂົ້າຮ່ວມງານວາງສະແດງໃນລະດັບແຂວງ, ລະດັບປະເທດ ແລະ ລະດັບພາກພື້ນ, ການທັດສະນະແລກປ່ຽນລະຫວ່າງປະເທດ. ພ້ອມນີ້ຜ່ານມາກໍ່ມີຊ່ຽວຊານຈາກປະເທດຍີ່ປຸ່ນມາປະຈຳທີ່ສູນ ເປັນໄລຍະເວລາ 3 ເດືອນ ເປັນທີ່ປຶກສາ ແລະ ຖ່າຍທອດດ້ານການອອກແບບລວຍລາຍຜະລິດຕະພັນ, ເຄື່ອງທີ່ລະນຶກ, ການຫຸ້ມຫໍ່ ແລະ ອື່ນໆ.

ນອກຈາກນີ້ຜະລິດຕະພັນຂອງທາງສູນກໍ່ ໄດ້ຮັບລາງວັນໃນລະດັບປະເທດຫຼາກຫຼາຍລາງວັນ ແລະ ໄດ້ຮັບການຢັ້ງຢືນເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP. ບັນດາທ່ານສາມາດເຂົ້າແວ່ຊົມ ສິນຄ້າ ຕົວຈິງທີ່ຮ້ານວາງຈຳໝ່າຍສິນຄ້າ ບ້ານໂພນໜີ ຫຼື Facebook: ຫັດຖະກຳປ້າແສນ ສິນຄ້າໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ, ພະນັກງານ ແລະ ປະຊາຊົນທົ່ວໄປ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ