ສິງກະໂປ ລົງນາມການຄ້າເສລີ ກັບພັນທະມິດປາຊີຟິກ

80

ສຳນັກຂ່າວ CNA ຂອງສິງກະໂປລາຍງານວ່າ ສິງກະໂປໄດ້ລົງນາມຂໍ້ຕົກລົງການຄ້າເສລີກັບ 4 ປະເທດກຸ່ມເສດຖະກິດພັນທະມິດປາຊີຟິກ ເຊິ່ງປະກອບດ້ວຍ ຈີ່ເລ, ໂກລົມເບຍ, ແມັກຊິກໂກ ແລະ ເປຣູ ເຊິ່ງມີ ຈີດີພີ ລວມກັນຫຼາຍກວ່າ 2 ລ້ານລ້ານໂດລາສະຫະລັດ.

ລາຍງານລະບຸວ່າ: ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປໄດ້ລົງນາມຮ່ວມກັບລັດຖະມົນຕີກະຊວງການຄ້າຂອງທັງ 4 ປະເທດຂອງກຸ່ມພັນທະມິດປາຊີຟິກ (Pacific Alliance) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພັນທະມິດປາຊີຟິກຄັ້ງທີ 16 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂກລົມເບຍ.

ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປເປີດເຜີຍວ່າ: ຂໍ້ຕົກລົງການຄ້າເສລີພັນທະມິດປາຊີຟິກ-ສິງກະໂປ (PASFTA) ມີຄວາມທັນສະໄໝ ແລະ ຄອບຄຸມ ເຊິ່ງຈະຊ່ວຍເຕີມເຕັມເຄືອຂ່າຍ FTA ຂອງສິງກະໂປ ລວມທັງຕໍ່ຍອດອີກຫຼາຍຂໍ້ຕົກລົງທີ່ສິງກະໂປມີກັບກຸ່ມພັນທະມິດປາຊີຟິກ ເຊິ່ງເປັນກຸ່ມເສດຖະກິດຂະໜາດໃຫຍ່ອັນດັບ 8 ຂອງໂລກ.

ຂໍ້ຕົກລົງ PASFTA ຈະເຮັດໃຫ້ທຸລະກິດຂອງສິງກະໂປສາມາດເຂົ້າເຖິງຕະຫຼາດຂອງ 4 ປະເທດພັນທະມິດປາຊີຟິກງ່າຍຂຶ້ນ, ຄ່າໃຊ້ຈ່າຍໃນການສົ່ງອອກຫຼຸດລົງ, ສິນຄ້າ ແລະ ບໍລິການຂອງສິງກະໂປຈະສາມາດກຳນົດລາຄາ ເພື່ອແຂ່ງຂັນໃນຕະຫຼາດໄດ້ດີຂຶ້ນ.