ຈີນ ຄົ້ນພົບແຫຼ່ງນ້ຳມັນ-ແກັສ ແຫ່ງໃໝ່

122

ສຳນັກຂ່າວຊິນຮວາລາຍງານໃນວັນທີ 27 ມັງກອນ 2021 ວ່າ ບໍລິສັດ ຊີໂນເປັກ (Sinopec) ຜູ້ກັ່ນນ້ຳມັນລາຍໃຫຍ່ຂອງຈີນ ເປີດເຜີຍວ່າ ໄດ້ຄົ້ນພົບແຫຼ່ງນ້ຳມັນ ແລະ ແກັສແຫ່ງໃໝ່ ຄາດວ່າ ຈະມີນ້ຳມັນປະລິມານສຳຮອງເຖິງ 100 ລ້ານໂຕນ ໃນແອ່ງທາຣິມ ເຂດປົກຄອງຕົນເອງ ຊິນຈຽງອຸຍກູ ທາງທິດຕາເວັນຕົກສຽງເໜືອຂອງຈີນ.

ບໍລິສັດຊີໂນເປັກຄາດການວ່າ ແຫຼ່ງຊັບພະຍາກອນບໍ່ນ້ຳມັນ ແລະ ແກັສ ຊຸຍເປີ້ຍ (Shunbei) ຈະສາມາດຈັດຫານ້ຳມັນ condensate oil ໃນປະລິມານ 88 ລ້ານໂຕນ ແລະ ແກັສ 2,9 ແສນລ້ານແມັດກ້ອນ.

ດ້ານນັກວິເຄາະປະເມີນວ່າ ການຄົ້ນພົບແຫຼ່ງຊັບພະຍາກອນຄັ້ງນີ້ ຈະຊ່ວຍປັບປຸງອຸປະທານພະລັງງານຂອງຈີນ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດ.

ທັງນີ້ ແອ່ງທາຣິມໃນຊິນຈຽງ ເປັນແຫຼ່ງກຳເນີດນ້ຳມັນແຫ່ງສຳຄັນຂອງຈີນ ແລະ ເປັນໜຶ່ງໃນແຫຼ່ງນ້ຳມັນທີ່ສຳຫຼວດຍາກທີ່ສຸດ ເນື່ອງຈາກສະພາບແວດລ້ອມ ແລະ ສະພາບໃຕ້ດິນທີ່ສະຫຼັບຊັບຊ້ອນຂອງດິນແດນແຫ່ງນີ້ ໂດຍມີນ້ຳມັນ ແລະ ແກັສສຳຮອງທີ່ເລິກລົງໃຕ້ດິນປະມານ 7.300 ແມັດ.