ເມືອງຕຸ້ມລານ ຟື້ນຟູການຜະລິດແຄນ ກຽມວາງສະແດງໃນງານເທດສະການໝາກພ້າວ

28 Jan 2022

ຄລິກແຊຣ໌ 0 Facebook WhatsApp

ສຳລັບແຄນ ແມ່ນເປັນມໍລະດົກອັນລ້ຳຄ່າຂອງຊາດລາວ ມີປະຫວັດຄວາມເປັນມາອັນຍາວນານຄຽງຄູ່ກັບການກຳເນີດຊາວລາວເຮົາເປັນເວລາຫຼາຍພັນປີ ແລະ ເວົ້າໄດ້ວ່າ ແຄນເປັນສ່ວນໜຶ່ງທີ່ສຳຄັນເປັນສຽງດົນຕີທີ່ເປັນດເອກະລັກຂອງຊົນຊາດລາວ ແຄນລາວຍັງໄດ້ຂຶ້ນເປັນມໍລະດົກໂລກທາງດ້ານວັດທະນະທຳ ຈາກອົງການ ຢູເນັສໂກ ໃນວັນທີ 7 ທັນວາ 2017.

ທັງນີ້, ເພື່ອຟື້ນຟູຄືນວັດທະນະທຳອັນດີງານຂອງຊາດຂອງທ້ອງຖີ່ນ, ອະນຸລັກວັດທະນະທໍາອັນເກົ່າແກ່ ໃຫ້ກັບມາປະຈັກສູ່ສາຍຕາຂອງສັງຄົມ ແລະ ເປັນການຊຸກຍູ້ ສົ່ງເສີມໃນການລິເລີ່ມຜະລິດໃຫ້ຫຼາຍ, ກາຍເປັນສິນຄ້າ ແລະ ຊອກຕະຫຼາດວາງຂາຍ, ຈຳໜ່າຍ, ທັງສົ່ງເສີມດ້ານວິຊາຄວາມຮູ້, ສິດສອນໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປສຶກສາຮຽນຮູ້ໃນຕໍ່ໜ້າ ໃຫ້ກັບມາມີບັນຍາການຟົດຟື້ນອີກຄັ້ງ.

ການຜະລິດແຄນ, ການຜະລິດກອກ ແມ່ນວັດທະນະທຳເກົ່າແກ່ ມີຄວາມສຳຄັນຕໍ່ກັບການດຳລົງຊີວິດ ຂອງປະຊາຊົນໃນຫຼາຍພື້ນທີ່ ສະນັ້ນເມື່ອບໍ່ດົນມານີ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ຮ່ວມກັບ ຫ້ອງການ ຖວທ ເມືອງຕຸ້ມລານ ໄດ້ເຄື່ອນໄຫວຊຸກຍູ້ຄອບຄົວຕົວແບບການຜະລິດແຄນ ຢູ່ບ້ານຕຸກລຸກ ( ຄຸ້ມຜູ້ໄທ) ແລະ ບ້ານນາຮ່ອງໃຫຍ່ໃຫ້ເຮັດແຄນຈຳນວນໜຶ່ງຂຶ້ນມາ ເພື່ອຈະນຳໄປວາງສະແດງໃນງານເທດສະການໝາກພ້າວ ທີ່ບ້ານນາໄຊ ເມືອງ ສາລະວັນ ແຂວງສາລະວັນ ໃນຕົ້ນເດືອນມີນາ 2022 ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີບັນຍາກາດຄືກຄື້ນ, ມ່ວນຊື່ນ ແລະ ເຮັດໃຫ້ຜູ້ທີ່ເຂົ້າມາຮ່ວມງານ ໄດ້ສຳຜັດຜະລິດຕະພັນເຄື່ອງດົນຕີພື້ນເມືອງທີ່ເກົ່າແກ່ຂຶ້ນຊື່ລືນາມ ແລະ ໄດ້ມີການສືບທອດສູ່ລູກຫຼານຕໍ່ໄປ.

ນອກຈາກຜະລິດຕະພັນເຄື່ອງດົນຕີພື້ນເມືອງລາວແລ້ວ ສິ່ງທີ່ຄຽງຄູ່ກັນ ກໍແມ່ນບົດລຳປະສານສຽງ ທີ່ມ່ວນອ້ອຍຊ້ອຍ ເຊັ່ນ: ລຳລາຣີມອນ, ລຳກະເຫຼີ້ຍ ຊຶ່ງເປັນບົດລຳເອກະລັກຂອງຊົນເຜົ່າກະຕາງ. ແຄນ ນອກຈາກເປັນເຄື່ອງດົນຕີພື້ນເມືອງແລ້ວ ຍັງເປັນອຸປະກອນປະເພດໜຶ່ງທີ່ໃຊ້ເຂົ້າໃນການແປງຮີດ ເຮັດຄອງ ແລະ ປິ່ນປົວຄົນເຈັບນຳອີກ, ໂດຍອາໄສສຽງແຄນໃນການເປົ່າ, ເຢົາ ຕາມຮີດຄອງປະເພນີຂອງຊົນເຜົ່າກະຕາງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ