ກົມສິ່ງແວດລ້ອມ ເປັນຕົວແບບລິເລີ່ມໃນການຫຼຸດຜ່ອນປຼາສຕິກທີ່ນໍາໃຊ້ເທື່ອດຽວໃນທີ່ປະຊຸມ

27 Jan 2022

ຄລິກແຊຣ໌ 0 Facebook WhatsApp

ໃນຕອນເຊົ້າວັນທີ 27 ມັງກອນ 2022 ທີ່ຫ້ອງປະຊຸມໃຫຍ່ ກົມສິ່ງແວດລ້ອມ (ກສລ) ພະແນກສົ່ງເສີມສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບບັນດາພະແນກອ້ອມຂ້າງ ກສລ ໂດຍການເປັນປະທານຂອງ ທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າກົມສິ່ງແວດລ້ອມ ມີຄະນະພະແນກ ແລະ ວິຊາການ ພາຍໃນ ກສລ ເຂົ້າຮ່ວມທັງໝົດ 10 ທ່ານ. ເພື່ອປຶກສາຫາລືໃນການຈັດຕັ້ງປະຕິບັດແຈ້ງການຂອງ ກສລ ກ່ຽວກັບການຫຼຸດຜ່ອນປຼາສຕິກທີ່ນໍາໃຊ້ເທື່ອດຽວໃນທີ່ປະຊຸມ ພ້ອມທັງເປັນແບບຢ່າງໃຫ້ແກ່ກົມກອງອື່ນພາຍໃນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (ກຊສ) ກໍຄືພາກສ່ວນອື່ນໆ.

ກອງປະຊຸມໄດ້ຮັບຟັງ ການຈັດຕັ້ງປະຕິບັດໃນການເຜີຍແຜ່ ແລະ ຝຶກອົບຮົມ ຄູ່ມືແນະນໍາ ການຈັດຕັ້ງປະຕິບັດໂຄງການຕົວແບບ ໃນການຫຼຸດຜ່ອນປຼາສຕິກທີ່ນໍາໃຊ້ເທື່ອດຽວໃນທີ່ປະຊຸມ ໃຫ້ແກ່ພາກ ສ່ວນທີ່ເຂົ້າຮ່ວມໂຄງການໃນເດືອນ ທັນວາ 2021 ຜ່ານມາ.

ກົມສິ່ງແວດລ້ອມ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ອອກແຈ້ງການສະເພາະພາຍໃນ ກສລ ເພື່ອໃຫ້ບັນດາພະແນກພາຍໃນ ກສລ ມີຄວາມຕື່ນຕົວ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີ, ກອງປະຊຸມໄດ້ປຶກສາຫາລືເພື່ອວາງແຜນຮ່ວມກັນໃນການຫຼຸດຜ່ອນປຼາສຕິກ ໂດຍສະເພາະພະແນກວິຊາການທີ່ມີການຈັດປະຊຸມເປັນປະຈໍາ ຕ້ອງໄດ້ມີການປະສານສົມທົບກັບຜູ້ຮັບຜິດຊອບກອງປະຊຸມ ເພື່ອຕິດຕາມກວດກາບັນດາເຄື່ອງຮັບໃຊ້ກອງປະຊຸມເປັນຕົ້ນແມ່ນການຫຼຸດຜ່ອນການນໍາໃຊ້ກະຕຸກນໍ້າດື່ມປຼາສຕິກຂະໜາດນ້ອຍ, ກາເຟຊອງ, ເຂົ້າໜົມທີ່ຫຸ້ມຫໍ່ດ້ວຍຖົງປຼາສຕິກ ແລະ ອື່ນໆ.

ກອງປະຊຸມເຫັນດີເປັນເອກກະພາບໃນການຈັດຕັ້ງປະຕິບັດແຈ້ງການດັ່ງກ່າວຮ່ວມກັນ, ເຫັນດີໃຫ້ພະແນກຄຸ້ມຄອງຂໍ້ມູນສິ່ງແວດລ້ອມ ແຈ້ງເຖິງບັນດາພະແນກອ້ອມຂ້າງກົມເພື່ອຈັດຕັ້ງປະຕິບັດແຈ້ງການດັ່ງກ່າວ ແລະ ໃຫ້ພະແນກສົ່ງເສີມສິ່ງແວດລ້ອມເປັນເຈົ້າການ ໃນການຕິດຕາມກວດກາເພື່ອປະເມີນການຈັດຕັ້ງປະຕິບັດ ແລະ ລາຍງານໃຫ້ແກ່ຄະນະນໍາກົມສິ່ງແວດລ້ອມ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ