ທ່ານເອກອັກຄະຣາຊະທູດໄທ ປະຈຳລາວ ຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

151

ເພື່ອມາຕິດຕາມເກັບກຳຂໍ້ມູນ ແລະ ເພື່ອເປັນການຮ່ວມມືການຂົນສົ່ງສິນຄ້າຂ້າມແດນລະຫວ່າງ ສປປ ລາວ ກັບ ຣາຊະອານາຈັກໄທ, ໃນວັນທີ 26 ມັງກອນ 2022 ນີ້ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳ ມະການບໍລິຫານການຄ້າ ແລະ ລະບຽບການ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ ພ້ອມດ້ວຍພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.

อาจเป็นรูปภาพของ 5 คน และ ผู้คนกำลังยืน

ໃນໂອກາດດັ່ງກ່າວ ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເພື່ອມາຕິດຕາມເກັບກຳຂໍ້ມູນ ແລະ ເພື່ອເປັນການຮ່ວມມືການຂົນສົ່ງສິນຄ້າຂ້າມແດນລະຫວ່າງ ສປປ ລາວ ກັບ ຣາຊະອານາຈັກໄທ.

อาจเป็นรูปภาพของ 4 คน และ สถานที่ในร่ม

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ຜ່ານມາພວກເຮົາກັບສະຖານທູດແຫ່ງຣາຊະອານາຈັກໄທ ກໍໄດ້ມີການພົວພັນຮ່ວມມືກັນຢູ່ຕະຫຼອດ ວ່າເຮັດແນວໃດໃນການວາງແຜນຮ່ວມມືກັນລະຫວ່າງຊາຍແດນສິນຄ້າຂອງ ສປປ ລາວ ກັບ ໄທ ເພາະມາຮອດປັດຈຸບັນມີສິນຄ້າຈາກ ສປ ຈີນ ໄປ ໄທ ກໍຫຼາຍ ແລະ ຈາກໄທ ໄປຈີນ ກໍຫຼາຍເຊັ່ນກັນ. ສະນັ້ນ, ການອຳນວຍຄວາມສະດວກໃຫ້ສິນຄ້າຂອງໄທ ຜ່ານແດນຂອງ ສປປ ລາວ ໄປ ສປ ຈີນ ພວກເຮົາກໍໄດ້ມີການຊ່ວຍຊຸກຍູ້, ແກ້ໄຂ ໂດຍສະເພາະທາງດ້ານເອກະສານ ເພື່ອໃຫ້ສາມາດສົ່ງອອກໄດ້ ແລະ ສ້າງໃຫ້ມີບັນຍາກາດການຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ.

อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่ม

ນອກຈາກນີ້, ຍັງໄດ້ຊີ້ແຈງຕໍ່ ທ່ານເອກອັກຄະຣາຊະທູດ ພ້ອມຄະນະ ວ່າ: ກ່ຽວກັບການເຊື່ອມໂຍງ ທີ່ຜ່ານມາຄະນະບໍລິຫານໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ກໍໄດ້ພະຍາຍາມໃຫ້ຂໍ້ມູນກັບນັກທຸລະກິດໄທ, ໃຫ້ຄວາມຊ່ວຍເຫຼືອມາຕະຫຼອດບໍ່ວ່າຈະຕິດບັນຫາໃດ, ການສົ່ງຜ່ານສິນຄ້າຜ່ານແດນ ແມ່ນພວກເຮົາບໍ່ໄດ້ຈຳກັດ ແລະ ສາມາດຜ່ານແດນ ສປປ ລາວ ໄປໄດ້ທຸກປະເພດສິນຄ້າທີ່ລັດຖະບານອະນຸມັດ ເພາະຍຸດທະສາດລັດຖະບານລາວຄື ຫັນປະເທດລາວຈາກ Land Lock ສູ່ປະເທດ Land Link, ບໍລິການຂົນສົ່ງສິນຄ້າຜ່ານແດນ ແລະ ເປັນຈຸດເຊື່ອມໂຍງການຂົນສົ່ງຜ່ານແດນຂອງສິນຄ້າ.

อาจเป็นรูปภาพของ 1 คน

ດ້ານ ທ່ານ ສາຄອນ ພິລາງາມ ໄດ້ກ່າວໃຫ້ຮູ້ກ່ຽວກັບດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ວ່າ: ແມ່ນເປັນດ່ານຊາຍແດນສາກົນໃນການຂົນສົ່ງສິນຄ້າຂ້າມແດນ ແລະ ເປັນທ່າບົກປະເພດໜຶ່ງທີ່ມີບໍລິການຄົບຊຸດ ມີລະບົບອໍານວຍຄວາມສະດວກ, ທາງດ້ານຂໍ້ມູນຂ່າວສານດ້ວຍລະບົບໄອທີ ເຊື່ອມຕໍ່ກັບບັນດາຜູ້ປະກອບການຂົນສົ່ງ, ຕູ້ສິນຄ້າ ແລະ ພາກສ່ວນອໍານວຍຄວາມສະດວກອື່ນໆຢູ່ດ່ານສາກົນສິນຄ້າ. ການ ອໍານວຍຄວາມສະດວກດ້ານການຂົນສົ່ງມີຄວາມວ່ອງໄວເປັນໄປຕາມຂັ້ນຕອນຂອງສາກົນ ໂດຍສະເພາະການແຈ້ງຂໍ້ມູນຂົນສົ່ງລ່ວງໜ້າກ່ອນ 24 ຊົ່ວໂມງ, ການປ້ອນຂໍ້ມູນບໍລິຫານຄວາມສ່ຽງໃນການຂ້າມແດນໃຫ້ພາກສ່ວນດ່ານ, ເຮັດໃຫ້ພາຫະນະຂົນສົ່ງຕ່າງປະເທດສາມາດປະຢັດເວລາ ແລະ ຫຼຸດຜ່ອນຄວາມແອອັດໃຫ້ແກ່ການສົ່ງມອບສິນຄ້າຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ໂດຍການຫຼຸດຂັ້ນຕອນຂ້າມດ່ານທີ່ບໍ່ຈໍາເປັນໃຫ້ເຫຼືອສະເພາະມາດຕະການຄວບຄຸມຄວາມປອດໄພຊາຍແດນ ແລະ ທ່າບົກທ່ານາແລ້ງ ສາ ມາດຮອງຮັບບໍລິມາດຕູ້ສິນຄ້າໄດ້ 1.000 ຫາ 3.000 ຕູ້ຕໍ່ວັນ ເຊິ່ງປັດຈຸບັນມີລົດຂົນສົ່ງສິນຄ້າເຂົ້າ-ອອກ ປະມານ 600-700 ຄັນຕໍ່ວັນ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປືກສາຫາລືກ່ຽວກັບການຮ່ວມມືດ້ານຕ່າງໆ ເພື່ອກຽມ ຄວາມພ້ອມຮອງຮັບສິນຄ້າຜ່ານແດນໃນອະນາຄົດລະຫວ່າງລາວ-ໄທ ຜ່ານຂົວມິດຕະ ພາບແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ.

อาจเป็นรูปภาพของ 7 คน, ผู้คนกำลังยืน และ ถนน

ໃນຕອນທ້າຍ, ທ່ານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ພ້ອມຄະນະ ຍັງໄດ້ຢ້ຽມຢາມເບິ່ງຫ້ອງການເຮັດວຽກ, ລະບົບປະຕິບັດການຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ, ຫ້ອງການແຈ້ງພາສີ, ການກໍ່ສ້າງລາງລົດໄຟ ລາວ-ຈີນ ເພື່ອມາຄູ່ຂະໜານກັບ ລົດໄຟ ລາວ-ໄທ ພ້ອມທັງເບິ່ງເສັ້ນທາງຈຸດຂົວມິດຕະພາບ ເຊື່ອມຕໍ່ເຂົ້າຫາດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ.

อาจเป็นรูปภาพของ กลางแจ้ง

ການຢ້ຽມຢາມໃນຄັ້ງນີ້ ທ່ານເອກອັກຄະຣາຊະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະບໍລິຫານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ທີ່ໄດ້ອະທິບາຍໃຫ້ຂໍ້ມູນລາຍລະອຽດກ່ຽວກັບການພັດທະນາໂຄງການດັ່ງກ່າວ ເພື່ອຈະເອົາຂໍ້ມູນ ແລະ ການໄດ້ຢ້ຽມຢາມຕົວຈິງຄັ້ງນີ້ ສົ່ງຕໍ່, ບອກຕໍ່ຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງຕ່າງໆຂອງໄທ ໃຫ້ຮູ້ວ່າໂຄງການນີ້ເປັນແນວໃດ ເພື່ອຫາລືການຮ່ວມມືກັນໃນຕໍ່ໜ້າ.