ເຫັນດີທີ່ສຸດ ຕອນນີ້ຍັງມີຫຼາຍ ກຸ່ມໄວລຸ້ນດັດແປງສະພາບລົດ ໃຊ້ສຽງດັງລົບກວນຊາວບ້ານ

27 Jan 2022

ຄລິກແຊຣ໌ 0 Facebook WhatsApp

ຄັນສິເວົ້ານີ້ ເລື່ອງໄວລຸ້ນມັກຄວາມທ້າທາຍເປັນໜຶ່ງບັນຫາທີ່ຕ້ອງແກ້ ເພາະປະກົດເຫັນຫຼາຍ ຕາມເສັ້ນທາງຕ່າງໆ ກຸ່ມໄວລຸ້ນທີ່ມັກຕົບແຕ່ງດັດແປງເຕັກນິກລົດ ແລ້ວຂີ່ເປັນພຶງເປັນແພສົ່ງສຽງດັງສ້າງຄວາມລຳຄານໃຫ້ແກ່ປະຊາຊົນຄົນໃນພື້ນທີ່ ວິທີການດັ່ງກ່າວນອກຈາກຈະອັນຕະລາຍຕໍ່ຊີວິດຂອງເຂົາເຈົ້າເອງແລ້ວຍັງຈະເຮັດໃຫ້ລູກຫຼາຍເສຍຜູ້ເສຍຄົນ, ສ້າງມົນລະພິດທາງສຽງແກ່ຜູ້ຢູ່ໃກ້ອີກດ້ວຍ.

ວັນທີ 26 ມັງກອນ 2022 ຜ່ານມານີ້ ຄະນະພັກ, ຄະນະບັນຊາກອງບັນ
ຊາການ ປກສ ເມືອງ ທຸລະຄົມ ແຂວງວຽງຈັນ ໄດ້ມອບໜ່ວຍງານຈະລາຈອນ ສຶກສາອົບຮົມກຸ່ມໄວໜຸ່ມນັກຮຽນ 16 ຄົນ ທີ່ຂັບຂີ່ລົດຈັກດ້ວຍຄວາມໄວສູງ ແລະ ດັດແປງສະພາບເຕັກນິກຂອງລົດຕາມໃຈຕົນເອງທີ່ຂັດກັບກົດລະບຽບຂອງການສັນຈອນກໍານົດໄວ້.

ໂດຍສະເພາະ ໃສ່ທໍ່ຄວັນນ້ອຍ, ດັດແປງລໍ້, ໃສ່ຢາງນ້ອງ ພ້ອມລວມກຸ່ມກັນແຂ່ງລົດ ເຮັດໃຫ້ມີສຽງດັງລົບ ກວນພໍ່ແມ່ປະຊາຊົນ, ທັງເກະກະ ສ້າງຄວາມຫຍຸ້ງຍາກໃນການສັນຈອນ ໂດຍເຊີນເອົາໄວໜຸ່ມກຸ່ມເປົ້າໝາຍ ແລະ ຜູ້ປົກຄອງມາຮ່ວມຮັບຟັງ.

ຈຸດປະສົງຂອງການສຶກສາອົບຮົມ ແລະ ກ່າວເຕືອນໃນເທື່ອນີ້ ເພື່ອເຮັດໃຫ້ເຂົາເຈົ້າຢຸດເຊົາປະພຶດຕົນບໍ່ດີຄືກັບໄລຍະຜ່ານມາເພື່ອບໍ່ໃຫ້ເປັນແບບຢ່າງໃຫ້ຜູ້ອື່ນ ຍ້ອນເປັນພາບພົດທີ່ບໍ່ຈົບງາມ, ສ້າງຄວາມຫຍຸ້ງຍາກໃຫ້ການສັນຈອນໄປມາໃນທ້ອງຖະໜົນ ແລະ ມີຄວາມສ່ຽງສູງໃນການເກີດອຸປະຕິເຫດທີ່ອາດມີອັນຕະລາຍເຖິງຊິວິດ ແລະ ຊັບສິນ.

ຂ່າວ: ເມືອງທຸລະຄົມ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ