ຂ່າວດີຍຸກໂຄວິດ! 2021 ເຂດເສດຖະກິດພິເສດນະຄອນຫຼວງດຶງດູດການລົງທຶນໄດ້ເກີນຄາດໝາຍ

100

ໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ແມ່ນສົ່ງຜົນກະທົບໄປທຸກຂະແໜງການ ການຈະລົງທຶນໃນສິ່ງໃດກໍ່ຍາກທີ່ຈະຄາດເດົາໄດ້ ແຕ່ກໍເປັນຂ່າວດີທີ່ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນຍັງສາມາດດຶງດູດບໍລິສັດໃໝ່ເຂົ້າມາລົງທຶນໄດ້ເກີນແຜນການທີ່ຕັ້ງໄວ້.

ຕາມຂໍ້ມູນເປີດເຜີຍຂອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເຂດເສດຖະກິດພິເສດ ທີ່ຂຶ້ນກັບການຄຸ້ມຄອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ (ຄຂສພ.ນວ) ຈໍານວນ 05 ເຂດ ຄື: (1) ເຂດພັດທະນາກວມລວມໄຊເຊດຖາ, (2) ຂສພ ບຶງທາດຫຼວງ, (3) ຂສພ ລ່ອງແທ່ງ-ວຽງຈັນ, (4) ຂສພ ດົງໂພສີ ແລະ (5) ເຂດວຽງຈັນໂລຊິດສະຕິກ.

ຊຶ່ງຕະຫຼອດໄລຍະປີ 2021 ຜ່ານມາ ສາມາດດຶງດູດການລົງທຶນ ໄດ້ຈໍານວນ 24 ບໍລິສັດ ເມື່ອທຽບໃສ່ແຜນການດຶງດູດການລົງທຶນປະຈໍາປີທີ່ວາງໄວ້ ສາມາດປະຕິບັດໄດ້ 120% (ລື່ນຄາດໝາຍ 4 ບໍລິສັດ) ມີມູນຄ່າການລົງທຶນຕົວຈິງປະຈໍາປີ ຈໍານວນ 144,88 ລ້ານໂດລາສະຫະລັດ. ສາມາດປະຕິບັດພັນທະຕາມສັນຍາສຳປະທານເຂົ້າງົບປະມານລັດ ໄດ້ທັງໝົດ 78,5 ຕື້ກວ່າກີບ (ທຽບໃສ່ປີ 2020 ແມ່ນລື່ນຄາດໝາຍຫຼາຍເທົ່າ).

ສ່ວນດ້ານຕົວເລກແຮງງານປະຈໍາປີ 2021 ກໍ່ເພີ່ມຂື້ນຕື່ມອີກ 3.234 ຕໍາແໜ່ງງານ ລວມແຮງງານທີ່ເຮັດວຽກໃນ ຂສພ ນະຄອນຫຼວງວຽງຈັນ ມີຫຼາຍເຖິງ 5.969 ຄົນ ໃນນີ້ແຮງງານລາວກວມ 4.726 ຄົນ (79%) ໃນນີ້ ໄດ້ຮັບການຢາສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລ້ວເກືອບຄົບຫມົດທຸກຄົນ ໄປຄຽງຄູ່ກັບການປະຕິບັດບັນດາມາດຕະການຕ່າງທີ່ທາງຄະນະສະເພາະກິດວາງອອກ.


.