ສິ່ງທີ່ຄວນປະຕິບັດ ໃນໄລຍະບຸນປີໃໝ່ຂອງພີ່ນ້ອງຊາວຈີນ ແລະ ຫວຽດນາມ

118

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວ ໃນການຖະແຫຼງຂ່າວປະຈໍາວັນທີ 27 ມັງກອນວ່າ ໃນໄລຍະບຸນປີໃໝ່ຂອງ ພີ່ນ້ອງຊາວຈີນ ແລະ ຫວຽດນາມ ທີ່ໃກ້ຈະມາເຖິງນີ້ ຄະນະສະເພາະກິດ ກໍ່ໄດ້ມີການຕິດຕາມ ແລະ ເຝົ້າລະວັງສະພາບການຢ່າງໃກ້ຊິດ

ຄາດຄະເນວ່າ ຈະມີການໂຮມຊຸມນຸມກັນຂອງຍາດຕິພີ່ນ້ອງ ທີ່ເດີນທາງມາຈາກຫຼາຍພື້ນທີ່ ຫຼື ຕ່າງແຂວງ ເພື່ອມາພົບພໍ້ກັນ, ກິນເຂົ້າຮ່ວມກັນ, ຈັດກິດຈະກຳກາບໄຫວ້ບັນພະບູລຸດພາຍໃນເຮືອນ, ການເດີນທາງໄປຊື້ເຄື່ອງຢູ່ຕະຫຼາດ ຫຼື ຊຸບເປີ້ມາເກັດ ແລະ ສະຖານທີ່ກາບໄຫວ້ອື່ນໆ ທີ່ມີຄົນຈຳນວນຫຼາຍ ເຊິິ່ງມີຄວາມສ່ຽງທີ່ຈະເຮັດໃຫ້ເກີດການແຜ່ລະບາດຂອງພະຍາດໄດ້.
ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ ຊາວຈີນ ແລະ ຫວຽດນາມ ຂໍໃຫ້ໃຊ້ຊີວິດຢ່າງປອດໄພ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງຮອບດ້ານ ອີງຕາມມາດຕະການຄວບຄຸມ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
ສິ່ງທີ່ຄວນປະຕິບັດ ໃນໄລຍະບຸນປີໃໝ່ຂອງ ພີ່ນ້ອງຊາວຈີນ ແລະ ຫວຽດນາມ ມີຄືດັ່ງນີ້

1 ໝັ່ນເຮັດຄວາມສະອາດສະຖານທີ່ພາຍໃນເຮືອນ, ອຸປະກອນເຄື່ອງໃຊ້ຕ່າງໆ, ຫ້ອງນ້ຳ ແລະ ຈຸດທີ່ມີການສຳຜັດຮ່ວມກັນ ເຊັ່ນ: ລູກບິດປະຕູ, ຮາວຂັ້ນໃດ….
2 ຫຼີກລ້ຽງການໂຮມຊຸມນຸມກັນ ທີ່ມີຄົນຢູ່ຈຳນວນຫຼາຍ, ໃສ່ຜ້າປິດປາກດັງຕະຫຼອດເວລາ, ສັກວັກຊີນຄົບທຸກເຂັມ, ຮັກສາໄລຍະຫ່າງ
3 ກໍລະນີສະຖານທີ່ເປັນພື້ນທີ່ປິດ ຄວນຈັດໃຫ້ມີການລະບາຍອາກາດ ທີ່ຖ່າຍເທ ແລະ ໝູນວຽນ
4 ຖ້າຫາກຮູ້ສຶກບໍ່ສະບາຍ ຄວນງົດການເຂົ້າຮ່ວມກິດຈະກຳທຸກປະເພດ, ກັກໂຕ ພ້ອມທັງ ກວດຫາເຊື້ອຊອກຫາພະຍາດໂຄວິດ

ອີກເທື່ອໜຶ່ງ, ເພື່ອເຮັດໃຫ້ຕົວເລກ ຜູ້ຕິດເຊື້ອໃໝ່ ໃນໄລຍະບຸນປີໃໝ່ຂອງພີ່ນ້ອງ ຊາວຈີນ ແລະ ຫວຽດນາມ ຫຼຸດລົງ ຫຼື ຖ້າມີຜູ້ຕິດເຊື້ອ ກໍ່ຂໍໃຫ້ມີໜ້ອຍທີ່ສຸດ, ກໍ່ຂໍຮຽກຮ້ອງມາຍັງ ບັນດາທ່ານ ເອົາໃຈໃສ່ ເພິ່ມທະວີປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ແລະ ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 019/ປກສ.ນວ, ລົງວັນທີ 25 ມັງກອນ 2022 ກ່ຽວກັບ ການເພິ່ມທະວີ ຮັກສາຄວາມຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນງານບຸນປີໃໝ່ ຈີນ-ຫວຽດນາມ ປີ 2022.
ການປະຕິບັດມາດຕະການປ້ອງກັນຕົນເອງ ຄວນເຮັດໃຫ້ເປັນປະຈຳ, ທຸກສະຖານທີ່, ທຸກເວລາ ແລະ ທຸກເທດສະການ ເພື່ອຄວາມປອດໄພຂອງທ່ານ ແລະ ສະມາຊິກໃນຄອບຄົວ.