ສາຍບຸນຮູ້ໄວ້! ຊີ້ນ 10 ຢ່າງທີ່ຫ້າມພະສັນ( ກິນ) ເຮົາບໍ່ຄວນເອົາໄປວັດເດີ

27 Jan 2022

ຄລິກແຊຣ໌ 0 Facebook WhatsApp

ຫຼາຍຄົນອາດຈະບໍ່ຮູ້ວ່າ ມີຂໍ້ຫ້າມ ກ່ຽວກັບເລື່ອງການກິນ-ຢູ່ ມາແຕ່ສະໄໝບູຮານນະການແລ້ວ ໂດຍສະເພາະໃນພະພຸດທະສາສະໜານັ້ນ ຊີ້ນສັດທີ່ຫ້າມບໍ່ໃຫ້ພະສົງສັນ ຕາມຄວາມໃນພະໄຕປີດົກກ່າວເຖິງອາຫານຕ້ອງຫ້າມສຳລັບພະສົງ ລວມທັງຊີ້ນສັດທີ່ບໍ່ ບໍລິສຸດອີກ 3 ຢ່າງ.

ເຊິ່ງວ່າຊີ້ນ 10 ຢ່າງທີ່ພະພຸດທະເຈົ້າຫ້າມພະສົງສັນມີດັ່ງນີ້:

  1. ຊີ້ນມະນຸດ: ສາເຫດທີ່ຫ້າມກິນຊີ້ນມະນຸດນັ້ນເນື່ອງຈາກວ່າ: ອາດມີຄົນສັດທາໃນພະສົງນັ້ນແລ້ວ ຍອມອຸທິດຕົນເອງມາຖວາຍກໍ່ເປັນໄດ້ ແລະ ການກິນຊີ້ນ ແລະ ເລືອດມະນຸດຖືວ່າເປັນຄວາມຜິດທີ່ຮ້າຍແຮງທີ່ສຸດໃນບັນດາການກິນຊີ້ນ 10 ຊະນິດ.
  2. ຊີ້ນຊ້າງ
  3. ຊີ້ນມ້າ

ສາເຫດທີ່ຫ້າມກິນຊີ້ນຊ້າງ ແລະ ມ້າ ກໍ່ເນື່ອງມາຈາກສັດເຫຼົ່ານັ້ນ ເປັນພາຫະນະຂອງກະສັດຜູ້ຍິ່ງໃຫຍ່ໃນສະໄໝກ່ອນ

  1. ຊີ້ນໝາ
  2. ຊີ້ນງູ

ສາເຫດທີ່ຫ້າມກິນຊີ້ນ ໝາ ແລະ ງູ ເນື່ອງຈາກສັດທັງສອງນີ້ຈັດເປັນສັດທີ່ມີຮູບລັກສະນະທີ່ບໍ່ດີປານໃດ ( ເປັນຕາຢ້ານ) ບໍ່ສົມຄວນທີ່ເພດສະມານະຈະບໍລິໂພກ ແລະ ບາງຄົນຍັງບອກອີກວ່າ ພະຍານາກທີ່ສັດທາພະພຸດທະສາສະໜາເປັນຢ່າງຍິ່ງມີການຂໍໄວ້.

  1. ຊີ້ນຣາຊະສີ
  2. ຊີ້ນໝີ
  3. ຊີ້ນເສືອໂຄ່ງ
  4. ຊີ້ນເສືອດາວ
  5. ຊີ້ນເສືອເຫຼືອງ

ສາເຫດທີ່ພະພຸດທະເຈົ້າຫ້າມ ເພື່ອປ້ອງກັນການຖືກທຳຮ້າຍຈາກສັດດັ່ງກ່າວ ເນື່ອງຈາກກິ່ນຕົວຈະມີກິ່ນພວກນີ້ຕິດຢູ່ນຳ.

ສຳລັບຊີ້ນທີ່ບໍ່ ບໍລິສຸດ 3 ຢ່າງໄດ້ແກ່:

  1. ຊີ້ນທີ່ໄດ້ຍິນ: ໝາຍຄວາມວ່າພະສົງໄດ້ຍິນຊາວບ້ານເຂົາເວົ້າກັນວ່າຈະມີການຂ້າສັດໃດກໍ່ຕາມ ເພື່ອທີ່ຈະນຳມາປຸງເປັນອາຫານຖວາຍແດ່ພະສົງ.
  2. ຊີ້ນທີ່ໄດ້ເຫັນ: ໝາຍເຖິງສັດໃດກໍ່ຕາມທີ່ພະສົງໄດ້ເຫັນຊາວບ້ານເຂົາເວົ້າກັນວ່າຈະມີການຂ້າສັດໃດກໍ່ຕາມ ເພື່ອທີ່ຈະນຳມາປຸງເປັນອາຫານຖວາຍແດ່ພະສົງ.
  3. ຊີ້ນທີ່ຕົນບໍ່ມັກ ( ລັງກຽດ ): ໝາຍເຖິງຊີ້ນທີ່ພະສົງລັງກຽດ ດ້ວຍເຫດຜົນ 2 ປະການຂ້າງຕົ້ນ ລວມທັງສັດໃດກໍ່ຕາມທີ່ຕົນເອງໄດ້ເຄີຍເອີ່ຍວາຈາໄວ້ແລ້ວວ່າ ຈະບໍ່ກິນຊີ້ນສັດຊະນິດນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ