ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ເປີດກອງປະຊຸມປຶກສາຫາລືແກ້ໄຂຂອດຂັ້ນທີ່ຍັງອັດຕັນ

185

ໃນວັນທີ 25 ມັງກອນ 2022 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ຄອຄສ); ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນຮອງຫົວໜ້າ (ຄອຄສ); ມີບັນດາຮອງລັດຖະມົນຕີຈາກກະຊວງກ່ຽວຂ້ອງ, ພາກທຸລະກິດ, ບັນດາເຈົ້າແຂວງ-ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມຜ່ານລະບົບທາງໄກ.

ທ່ານ  ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນຮອງຫົວໜ້າ ຄອຄສ ໄດ້ລາຍງານຕໍ່ກອງປະຊຸມວ່າ: ເນື່ອງຈາກສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ປີ 2019 ເຖິງປະຈຸບັນ ແມ່ນຍັງບໍ່ມີທ່າທີຈະຫຼຸດຜ່ອນລົງ ທັງພາຍໃນປະເທດ ແລະ ສະພາບຂອງທົ່ວໂລກ. ເຖິງຈະມີຄວາມຫຍຸ້ງຍາກຫຼາຍປານກໍ່ຕາມ ຜ່ານການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ປະຈໍາປີ 2021 ເຫັນໄດ້ເຖິງຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຂອງການນໍາພັກ-ລັດ ແລະ ຄວາມຫ້າວຫັນໃນໜ້າທີ່ການງານຂອງທຸກພາກສ່ວນ ຈິ່ງເຮັດໃຫ້ການປັງປຸງ ແລະ ແກ້ໄຂບັນຫາຕ່າງໆ ແມ່ນໄດ້ຮັບຜົນສໍາເລັດໃນລະດັບດີສົມຄວນ ເປັນຕົ້ນແມ່ນ: ການສ້າງ ແລະ ປັບປຸງ ບັນດານິຕິກໍາ ທີ່ຕິດພັນກັບຫຼາຍຂະແໜງການ ອັນໃດຍັງບໍ່ສອດຄ່ອງ ຫຼື ທວງດຶງ ການຂະຫຍາຍຕົວຂອງເສດຖະກິດ-ການຄ້າ ແມ່ນແກ້ໄຂໄດ້ຢ່າງທ່ວງທັນ ເຊິ່ງໃນຈໍານວນ 51 ມາດຕະການ ປີ 2021 ປັບປຸງສໍາເລັດຕື່ມ 9 ມາດຕະການ, ຍັງກໍາລັງດໍາເນີນການ 28 ມາດຕະການ, ບໍ່ຄືບໜ້າເລີຍ 5 ມາດຕະການ.

ຍົກລະດັບການ ບໍລິການໃຫ້ມີ ຄວາມສະດວກວ່ອງໄວ, ກະທັດຮັດ ແລະ ມີຄວາມໂປ່ງໃສ ຂອງບັນດາຂະແໜງການປະຈໍາດ່ານ ໂດຍໃຫ້ເຈົ້າໜ້າທີ່ ປະຈໍາດ່ານ: 1) ນໍາໃຊ້ລະບົບບໍລິຫານຄວາມສ່ຽງໃນການກວດປ່ອຍສິ້ນຄ້າ, 2) ສ້າງກົນໄກປະສານງານກວດປ່ອຍສີນຄ້າ, 3) ຊຸກຍູ້ສົ່ງເສີມໃຫ້ມີການຂົນສົ່ງຜ່ານທາງລົດໄຟລາວ-ຈີນ ເພື່ອຫຼຸດຜ່ອນຄວາມແອອັດໃນການຂົນສົ່ງທາງລົດ (ສໍາລັບສິນຄ້າສົ່ງອອກໄປຈີນ).


ທ່ານ ລັດຖະມົນຕີ ໄດ້ກ່າວວ່າ: ປະຈຸບັນ ເຖິງວ່າ ມີຫຼາຍນິຕິກໍາ ແມ່ນໄດ້ຮັບການສ້າງ ແລະ ປັບປຸງແລ້ວ ແຕ່ ການຈັດຕັ້ງ ປະຕິບັດຕົວຈິງ ແມ່ນຍັງບໍ່ສອດຄ່ອງ ແລະ ບໍ່ເຂັ້ມງວດຕາມທີໄດ້ກໍານົດໄວ້ໃນລະບຽບກົດໝາຍ ເຊັ່ນວ່າ: ບັນດາ ໜ່ວຍງານປະຈໍາດ່ານ ແລະ ການເກັບຄ່າທໍານຽມ ຍັງບໍ່ສອດຄ່ອງກັບດໍາລັດ 558/ລບ, ການກວດກາການເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການອອກໃຍຢັ້ງຢືນການເຄື່ອນຍ້າຍສິນຄ້າ ຍັງປະຕິບັດບໍ່ຖືກຕາມເນື້ອໃນຈິດໃຈຂອງ ຄໍາສັ່ງ 12/ນຍ. ການປັບປຸງນິຕິກໍາເຖິງປະຕິບັດສໍາເລັດໄປແລ້ວສ່ວນໜຶ່ງ ແຕ່ມີຄວາມລ່າຊ້າຫຼາຍ ເພາະຍັງ 33 ມາດຕະການ ຄວນໄດ້ຮັບການປັບປຸງໃຫ້ສໍາເລັດໃນປີຕໍ່ມາ.

ທ່ານ ຍັງໄດ້ຮຽກຮ້ອງ ໃຫ້ທຸກຂະແໜງການທັງສູນກາງ ແລະ ຂັ້ນແຂງ ທີ່ມີສ່ວນກ່ຽວຂ້ອງ ທຸມເທ່ເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ຄົ້ນຄວ້າ ຫາແນວທາງແກ້ໄຂ ຈຸດທີ່ເປັນບັນຫາຄ້າງຄາ ແລະ ຊໍ້າເຫື້ອມາຫຼາຍປີ ແຕ່ຍັງແກ້ບໍ່ຕົກ ເຊັ່ນວ່າ: ອອກໃບຢັ້ງຢືນ ຫຼື ໃບອະນຸຍາດໃຊ້ເວລາດົນ, ຄ່າທໍານຽມສູງ ແລະ ຫຼາຍຂັ້ນຕອນ. ນອກນັ້ນ, ຍັງປະກົດມີບັນຫາການຕັ້ງຈຸດກວດກາຕາມເສັ້ນທາງ, ການເລືອກປະຕິບັດ, ການຊັ່ງນໍ້າໜັກລົດບັນທຸກ ແລະ ອື່ນໆ.

ທ່ານ ສອນໄຊ ສີພັນດອນ ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ມີຄໍາເຫັນ ກ່ຽວກັບ 5 ເນື້ອໃນຈຸດສຸມ ຄື: 1) ການກວດກາ ແລະ ເກັບຄ່າທໍານຽມ ຢູ່ດ່ານສາກົນເປົ້າໝາຍ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງບັນດາໜ່ວຍງານທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານ ໃນໄລຍະຜ່ານມາ ແມ່ນຄວນຈັດຕັ້ງປະຕິບັດ ໃຫ້ສອດຄ່ອງ ກັບເນື້ອໃນທີກໍານົດໄວ້ໃນດໍາລັດ 558/ລບ;

2) ຢາກໃຫ້ມີຄວາມຊັດເຈນຕື່ມກ່ຽວກັບການແບ່ງຄວາມຮັບຜິດຊອບ, ການປັບປຸງຂັ້ນຕອນ, ເວລາ ແລະ ເອກະສານ ໃນການອອກອະນຸຍາດເຄື່ອນຍ້າຍ ແລະ ສົ່ງອອກ ຜະລິດຕະພັນໄມ້ ແລະ ຖ່ານຂາວ ພາຍຫຼັງມີການມອບ-ຮັບວຽກງານຄຸ້ມຄອງໂຮງງານ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະ ຊວງກະສິກໍາ ແລະ ປ່າໄມ້ ໃນເດືອນ ພະຈິກ 2021;

3) ຢາກໃຫ້ພິຈະລະນາຄົ້ນຄວ້າໃນລວງເລີກຕື່ມ ກ່ຽວກັບ ການເກັບອາກອນມູນຄ່າເພີ່ມ, ອາກອນກໍາໄລ, ອາກອນມອບເໝົາ ທີ່ຕິດພັນກັບການຂົນສົ່ງ, ນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງຫຼາຍແຂວງ ທີ່ເຫັນວ່າບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ວາງອອກ; 4) ຂະແໜງການກ່ຽວຂ້ອງຄວນກວດກາຄືນ ການຕັ້ງຈຸດ (ປ້ອມ) ກວດກາຕາມເສັ້ນທາງຂອງເຈົ້າໜ້າທີ່ຕໍາຫຼວດ ເພື່ອກວດກາສິນຄ້າ ແລະ ເອກະສານເຄື່ອນຍ້າຍສິນຄ້າ ຊຶ່ງມີຫາງສຽງຂອງຜູ້ປະກອບການ ທີ່ໄດ້ສ້າງຄວາມຫຍຸ້ງຍາກ ແລະ ເພີ່ມຄ່າໃຊ້ຈ່າຍ ໃຫ້ແກ່ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ;

5) ຄວນຄົ້ນຄວ້າຫາທິດທາງທີມີປະສິດຕິພາບຕື່ມ ໃນການສົ່ງອອກສິນຄ້າໄປ ສປ ຈີນ ຜ່ານດ່ານບໍ່ເຕ່ນ-ບໍ່ຫານ ເຊັ່ນ: ການເພີ່ມຄົນຂັບລົດຊຸດຂາວ, ການເພີ່ມເວລາເຮັດວຽກ ຂອງເຈົ້າໜ້າ ທີ່ຢູ່ດ່ານບໍ່ເຕ່ນ-ບໍ່ຫານ, ການເປີດດ່ານຊາຍແດນລາວ-ຈີນ ອື່ນ, ການຂະຫຍາຍກໍານົດເວລາໂກຕ້າສົ່ງອອກ ໄປ ສປ ຈີນ ພາຍໃຕ້ໂຄງການປູກພືດທົດແທນການປູກຝິ່ນ ແລະ ອື່ນໆ.

ຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທັງສູນກາງແລະທ້ອງຖິ່ນ ໃນນາມຄະນະກໍາມະການຊີ້ນໍາລວມ ອໍານວຍ ຄວາມສະດວກທາງດ້ານການຄ້າຍົກສູງໜ້າທີ່ຄວາມຮັບຜິດຊອບຕໍ່ກັບພາລະບົດບາດຂອງຕົນຖືເອົາ ການປັບປຸງວຽກ ງານອໍານວຍຄວາມສະດວກທາງດ້ານການຄ້າໃຫ້ດີຂື້ນເປັນປັດໃຈໜຶ່ງໃນກາຜະດັນ ແລະ ກະຕຸ່ນ ເສດຖະກິດ-ການຄ້າ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວໄປເທື່ອລະກ້າວ.