5 ເລື່ອງທີ່ໜ້າສົນໃຈຂອງນາງງາມຈາກອິນເດຍ Harnaaz Sandhu Miss Universe 2021

140

ທໍາຄວາມຮູ້ຈັກກັບນາງງາມຜູ້ທີ່ຄວ້າຕໍາແໜ່ງ Miss Universe 2021 ໄປຄອງ ນັ້ນຄື Harnaaz Sandhu ສາວງາມຈາກປະເທດອິນເດຍ ທີ່ເປັນຕົວເກັງມາຕັ້ງແຕ່ຮອບທໍາອິດ  ນອກຈາກຄວາມງາມແລ້ວ ຄວາມເກັ່ງຄວາມສາມາດຂອງສາວງາມຄົນນີ້ກໍບໍ່ທໍາມະດາ ມື້ນີ້ທີມຂ່າວບັນເທີງຈະນໍາທ່ານຜູ້ອ່ານໄປຮູ້ຈັກ ແລະ ສ່ອງປະຫວັດຂອງ ຮານາດ ຊັນດູ Harnaaz Sandhu ເຈົ້າຂອງຕໍາແໜ່ງ Miss Universe 2021 ຄົນລ່າສຸດນໍາກັນ.

1) Harnaaz Sandhu ປະຫວັດ ແລະ ຊີວິດຂອງສາວງາມຄົົນນີ້ກັບຊີວິດກ່ອນເຂົ້າປະກວດ: ສໍາລັບ ຮານາດ   ປັດຈຸບັນອາຍຸ 21ປີ ສ່ວນສູງ 176 ຊັງຕີແມັດ ນໍ້າໜັກ 50ກິໂລ ເກີດເມື່ອວັນທີ 3 ມີນາ ປີ 2000 ໃນຄອບຄົວຊາວຊິກ ທີ່ເມື່ອງ Chandigarh ຈົບການສຶກສາຈາກໂຮງຮຽນ Shivalik  ແລະ ປະລິນຍາຕີຈາກວິທະຍາໄລ ແມ່ຍິງໃນເມືອງ Chandigarh ແລະ ກໍາລັງສຶກສາຕໍ່ປະລິນຍາໂທດ້ານການບໍລິຫານລັດຖະກິດ. ສ່ວນຕົວ ຫຼົງໄຫຼການສະແດງ, ຮ້ອງເພງ, ເຕັ້ນລໍາ, ໂຍຄະ, ລອຍນໍ້າ, ຂີ່ມ້າ ແລະ ເຮັດອາຫານ

2) Harnaaz Sandhu ເປັນນັກສະແດງ ແລະ ນາງແບບດ້ວຍ ເຊິ່ງການເລີ່ມອາຊີບນາງແບບ ແລະ ນັກສະແດງ ໃນອາຍຸພຽງ 17ປີ ໂດຍມີຜົນງານການສະແດງຮູບເງົາອອກມາແລ້ວ 2 ເລື່ອງຄື Yaara Diyan Poo Baran  ແລະ  Bai Ji Kuttange ແຖມການຖ່າຍແບບຄັ້ງທໍາອິດ ຂອງນາງຄົນນີ້ກໍໄດ້ຕາກ້ອງ ຊື່ດັງຂອງອິນເດຍ ເຊັ່ນ Aryeman Bhatia ອີກດ້ວຍ.

3) ເປັນນາງງາມຜູ້ຫ່ວງໃຍໂລກ: ກ່ອນຈະໄດ້ຕໍາແໜ່ງ Miss Universe India 2021 ໄປຄອງ Harnaaz ຕອບຄໍາຖາມຮອບສຸດທ້າຍກ່ຽວກັບການຮັກສາຊັບພະຍາກອນທໍາມະຊາດວ່າ ຕົນເອງເປັນຫ່ວງການປ່ຽນແປງຂອງສະພາບອາກາດທີ່ແປປວນ ແລະ ພາວະໂລກຮ້ອນ ຊຶ່ງທັງໝົດເກີດຈາກຄວາມລົ້ມແຫຼວຂອງພຶດຕິກໍາມະນຸດ ແລະ ນາງງາມເອງກໍຂໍຄວາມຮ່ວມມື ໃຫ້ທຸກຄົນປ່ຽນແປງພຶດຕິກໍາເລັກໆນ້ອຍໆເຊັ່ນ: ການປິດໄຟຟ້າ ເມືື່ອບໍ່ໄດ້ໃຊ້ ເພາະເຊື່ອວ່າພະລັງນ້ອຍໆຂອງຄົນຫຼາຍພັນລ້ານຄົນທົ່ວໂລກຈະຊ່ວຍປ່ຽນແປງໂລກໄດ້.

4) ເປັນນາງງາມທີ່ຜ່ານມາແລ້ວໃນຫຼາກຫຼາຍເວທີ: ເຊິ່ງຕັ້ງແຕ່ຍັງນ້ອຍ ເລີ່ມເຂົ້າຮ່ວມການປະກວດນາງງາມຫຼາກຫຼາຍເວທີດ້ວຍກັນ ແລະ ໄດ້ຮັບຕໍາແໜ່ງມາແລ້ວບໍ່ໜ້ອຍເຊັ່ນວ່າ: ຜູ້ຊະນະເລີດ Miss Chandigarh 2017, ຊະນະການປະກວດ Miss Max Emerging Star India 2018  ແລະ ໃນປີ 2019 ແມ່ນໄດ້ເຂົ້າຮອບ 12 ຄົນສຸດທ້າຍ ໃນເວທີ Miss India 2019  ແລະ ໄດ້ຮັບຕໍາແໜ່ງ Miss India Punjab ໃນປີນັ້ນຈົນເດືອນກັນຍາທີ່ຜ່ານມາ ແມ່ນກໍໄດ້ຮັບຕໍ່າແໜ່ງ Miss Diva Universe India 2021 ຄວບຄູ່ກັບຕໍາແໜ່ງ Miss Beautiful Skin ຈຶ່ງເຮັດໃຫ້ສາວງາມຄົນນີ້ໄດ້ເປັນຕົວແທນໃນການປະກວດ Miss Universe 2021 ແລະ ເປັນນາງງາມອິນເດຍຄົນທີ 3 ທີ່ຄວ້າມຸງກຸດ Miss Universe ໄປຄອງໄດ້ໃນທີ່ສຸດ

5) ມີຄະຕິປະຈໍາໃຈທີ່ມັກທີ່ສຸດແມ່ນ “ສິ່ງທີ່ຍິ່່ງໃຫຍ່ມັກຈະເກີດຂຶ້ນກັບຜູ້ທີ່ບໍ່ຢຸດ, ເຊື່ອພະຍາຍາມ, ຮຽນຮູ້ ແລະ ຮູ້ສຶກຂອບໃຈ” ຈຶ່ງເຮັດໃຫ້ບໍ່ເຄີຍທໍ້ທີ່ຈະຄວ້າໂອກາດ ສໍາຄັນທີ່ເຂົ້າມາໃນຊີວິດສະເໝີ ອີກຢ່າງໜຶ່ງຄືຜູ້ຍິງຄົນນີ້ເປັນຄົນທີ່ມີທັດສະນະຄະຕິທີ່ດີເລີດ

ຈະເຫັນໄດ້ຈາກການຕອບຄໍາຖາມ ຮອບສຸດທ້າຍທີ່ຈະຕ້ອງຕອບຄໍາຖາມວ່າ: ຢາກຈະບອກຄົນທີ່ອາຍຸນ້ອຍທີ່ໄດ້ຮັບແຮງກົດດັນແນວໃດ ໂດຍ Harnaaz ຕອບວ່າ: ຂ້ອຍຢາກບອກພວກເຂົາວ່າ ເຮົາສາມາດເຮັດທຸກຢ່າງທີ່ເຮົາຢາກເຮັດ ເຖິງແມ່ນຄົນອື່ນຈະບອກເຮົາວ່າເຮົາເຮັດບໍ່ໄດ້ ແຕ່ແທ້ທີ່ຈິງແລ້ວເຈົ້າສາມາດເຮັດໄດ້.