ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ຝຶກອົບຮົມວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ

172

ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳແລະການຄ້າ ຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ຈັດຝຶກອົບຮົມກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ພະນັກງານປະຈໍາຫ້ອງການ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນເຂດເສດຖະກິດພິເສດ ໃນລະຫວ່າງວັນທີ 24 – 28 ມັງກອນ 2022 ທີ່ຫ້ອງປະຊຸມຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ.


ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ແລະ ທ່ານ ທະນົງໄຊ ຄຸດໄພທູນ ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 25 ທ່ານ.


ເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງການຄະນະຄຸ້ມຄອງເຂດເສດຖະ ກິດພິເສດນະຄອນຫຼວງວຽງຈັນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ ແລະ ສອດຄ່ອງກັບພັນທະຂອງ ສປປ ລາວ ທີ່ໄດ້ຮັບສິດທິພິເສດທາງການຄ້າ ກ່ອນການຈັດຕັ້ງປະຕິບັດການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຊຶ່ງຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນຈະສາມາດອອກໄດ້ທັງໝົດທຸກແບບພິມ (Form).


ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ມີ 03 ຮູບແບບຄື: ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual), ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self-Certification).

ໃນນັ້ນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງປະກອບມີ 2 ແບບຄື: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ.


ນອກຈາກນັ້ນ, ການຝຶກອົບຮົມຍັງເນັ້ນໜັກໃຫ້ສຳມະນາກອນໄດ້ຮັບຂໍ້ມູນໃໝ່ໆ ກ່ຽວກັບ ສິດທິພິເສດທາງການຄ້າໃນແບບຝ່າຍດຽວ ແລະ ຕ່າງຝ່າຍຕ່າງຕອບແທນກັນ ລວມເຖິງກາລະໂອກາດເຂົ້າສູ່ຕະຫຼາດຂອງບັນດາປະ ເທດທີ່ເປັນພາຄີຂອງສັນຍາການຄ້າເສລີ ບໍ່ວ່າຈະເປັນຕະຫຼາດອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ເຊັ່ນ: ສປ ຈີນ, ຍິ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ. ນອກນັ້ນ, ໄດ້ລົງເລິກວິທີໃນການກວດເງື່ອນໄຂແຫຼ່ງ ກຳເນີດສິນຄ້າໃນຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກໃບ CO, ວິທີໃນການເກັບກຳສະຖິຕິ ແລະ ລະບຽບ ການຕ່າງໆທີ່ປິ່ນອ້ອມວຽກງານ CO. ນອກຈາກການແນະນຳດ້ານທິດສະດີແລ້ວ, ທີມງານຈາກ ກົມການນຳເຂົ້າແລະສົ່ງອອກ ຍັງໄດ້ແນະນຳວິທີ, ຂັ້ນຕອນຕ່າງໆໃນການລົງຢ້ຽມຢາມ ບໍລິສັດ/ໂຮງງານ ກ່ອນການອອກໃບ CPE ແລະ ໄດ້ນໍາພາລົງຢ້ຽມຢາມເບິ່ງຂະບວນການຜະລິດຕົວຈິງຂອງບາງໂຮງງານພາຍໃນເຂດເສດຖະກິດພິເສດ.

ພາຍຫຼັງທີ່ສຳເລັດການຝຶກອົບຮົມທີມງານວິຊາການຈາກ ກົມມການນຳເຂົ້າແລະສົ່ງອອກ ກໍໄດ້ມີການປະເມີນຄືນ ຄວາມເຂົ້າໃຈຂອງ ສຳມະນາກອນ ໂດຍສະເພາະເຈົ້າໜ້າທີ່ປະຈຳຢູ່ ຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ຜູ້ທີ່ຈະຮັບຜິດຊອບຄຸ້ມຄອງ ແລະ ອອກໃບ CO.

ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.