“ຂໍແນ່ໄດ້ບໍ່” ເພງໃໝ່ຂອງ ບິກໃຫຍ່ ແບກຶ ແລະ HEO VkK ແລ້ວຫຼືຍັງ

175

ອີກໜຶ່ງຜົນງານເພງ ທີ່ຫາກໍປ່ອຍໄດ້ໄດ້ຮັບຟັງ ຮັບຊົມກັນ ກັບເພງນີ້ “ຂໍແນ່ໄດ້ບໍ່” ຂອງ ແບກຶບິກໃຫຍ່ HEO VkK ກັບ
ແບກຶ ໜຶ່ງໃນນັກຮ້ອງທີມ ລູກເຂິີຍໃສ່ມອງ ນັກຮ້ອງ 100 ລ້ານວິວອີກຄົນ ທີ່ມີເອກກະລັກເປັນຂອງຕົນເອງ ຖືເປັນຄົນຢູ່ໃນວົງການບັນເທີງ ໃຜກໍຮູ້ຈັກດີ

.


ສ່ວນ HEO VkK ກໍເປັນສິນລະປິນຄົນໜຶ່ງ ທີ່ມັກຮັກໃນສຽງພຽງ ສ້າງສັນຜົນງານເພງໃຫ້ໄດ້ຊົມ ແລະ ຕິດຕາມກັນຄືກັນ
ຫຼ້າສຸດທັງຄູ່ ກໍໄດ້ປ່ອຍຜົນງານເພງຮ້ອງຮ່ວມກັນ ຄືເພງ “ຂໍແນ່ໄດ້ບໍ່” ເປັນບົດເພງຟັງສະບາຍໆ ຈີບສາວແບບໜ້າຮັກໆ
ຂໍແນ່ໄດ້ບໍ່ ຂໍເບີໂທເຈົ້າແນ່, ຂໍໃຫ້ເຈົ້າມາເປັນໄພ້ແມ່ກັບພໍ່ໄດ້ບໍ່, ຂໍມາໃຫ້ຮັກກັນໄດ້ບໍ່

.


ທາງດ້ານນາງເອກເອັມວີ ກໍງາມ ໜ້າຮັກ ສົມກັບບົດເພງອີ່ຫຼີ່ ຍອດວິວປັດຈຸບັດ ເກືອບຮອດ 1 ແສນວິວແລ້ວ
ທຸກຄົນສາມາດຕິດຕາມ ແລະ ຟັງເພງນີ້ໄດ້ທີ່ Bigyai Seehalad ສາມາດເຂົ້າໄປຊົມ ແລະ ຕິດຕາມຜົນງານຂອງພວກເຂົາໄດ້

ຈາກ: Bigyai Seehalad