ເປີດເທດສະການອາຫານລາວ 2022 ມີຫຼາຍກວ່າ 100 ຮ້ານເຂົ້າຮ່ວມ

196

ງານເທດສະການອາຫານລາວ 2022 ພາຍໃຕ້ຄຳຂວັນ “ຕາມວິຖີຊີວິດປົກກະຕິແບບໃໝ່” ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 25 ມັງກອນ 2022 ນີ້ ທີ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ປະທານຄະນະກຳມະທິການຈັດງານເທດສະການອຫານລາວ.

ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານປະທານປະເທດ, ທ່ານ ນາງ ສີຈັນ ວິພາວັນ ພັນລະຍາທ່ານນາຍົກລັດຖະມົນຕີ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພັນລະຍາທ່ານເອກອັກຄະລັດຖະທູດ, ທູຕານຸທູດຕ່າງປະເທດປະຈໍາລາວ, ພາກທຸລະກິດຜູ້ປະກອບການ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຈັນທະຈອນ ວົງໄຊ ກ່າວວ່າ: ຈຸດປະສົງໃນການຈັດງານໃນຄັ້ງນີ້ ແມ່ນເພື່ອສ້າງແນວຄວາມຄິດກ່ຽວກັບການອະນຸລັກອາຫານການກິນ ການດຳລົງຊີວິດໃຫ້ເປັນແບບວັດທະນະທຳ ຮີດຄອງປະເພນີຂອງຄົນລາວໃຫ້ສາມາດຢູ່ກັບສັງຄົມໃນສະພາບການວິຖີຊີວິດປົກກະຕິແບບໃໝ່ໄດ້ຢ່າງປອດໄພ, ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງລ້ຽງສັດທີ່ປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ, ນະຄອນຫຼວງວຽງຈັນ ໄດ້ມາວາງສະແດງ ເຊິ່ງສາມາດສັ່ງ ແລະ ຈັດສົ່ງສິນຄ້າໃຫ້ທົ່ວເຖິງໃນສັງຄົມໃນຍຸກປັດຈຸບັນໄດ້ຢ່າງຄ່ອງຕົວ ເພື່ອປຸກລະດົມຜູ້ປະກອບການແມ່ຍິງໃນການຜະລິດເປັນສິນຄ້າໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ, ເພື່ອສົ່ງເສີມການທ່ອງທ່ຽວລາວໄປຄຽງຄູ່ກັບການຮັກສາສຸຂະພາບ ເພື່ອເປັນການລະດົມໃຫ້ຜູ້ປະກອບການແມ່ຍິງຫຼຸດຜ່ອນການນໍາໃຊ້ຖົງຢາງ ແລະ ຫັນມານຳໃຊ້ວັດຖຸດິບປອດສານພິດເຂົ້າໃນການປຸງແຕ່ງອາຫານ.


ງານເທດສະການອາຫານລາວຄັ້ງນີ້ ແມ່ນຈະໄດ້ຈັດຂຶ້ນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 25-29 ມັງກອນ 2022 ເປີດແຕ່ເວລາ 9 ຫາ 21 ໂມງ. ພ້ອມກັນນັ້ນ, ກໍໄດ້ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອຮັກສາໄລຍະທາງສັງຄົມ ໂດຍສະເພາະຢູ່ໃນນະຄອນຫຼວວຽງຈັນ. ສະນັ້ນ, ຈຶ່ງໄດ້ຄັດຈ້ອນຈຳນວນຮ້ານຂາຍຈາກ 200 ຮ້ານໃຫ້ມີພຽງ 120 ຮ້ານ.

ໃນນັ້ນ, ມີຮ້ານອາຫານລາວ 107 ຮ້ານ ແລະ ຮ້ານຂາຍເຄື່ອງຫັດຖະກຳ 13 ຮ້ານ ເຊິ່ງເປັນສິນຄ້າພາຍໃນປະເທ ແລະ ຕະຫຼອດການຈັດງານຈະມີກິດຈະກຳຫຼາຍຢ່າງຄື: ກິດຈະກຳໂຄສະນາສິນຄ້າຂອງບໍລິສັດ, ທະນາຄານຕ່າງໆທີ່ສະໜັບສະໜູນງານ, ຈັດໃຫ້ມີບ້ານອາຫານລາວເອກະລັກເພື່ອແຂກທີ່ມາທ່ຽວງານສາມາດຊີມ, ຊື້ ແລະ ຖ່າຍຮູບໄວ້ເປັນທີ່ລະນຶກໄດ້, ການຈັດຕັ້ງແຂ່ງຂັນປຸງແຕ່ງລາບໝູຂອງແມ່ຍິງທີ່ມີພອນສະຫວັນໃນການປຸງແຕ່ງອາຫານໃນມື້ສຸດທ້າຍ ແລະ ກິດຈະກຳອື່ນໆ.


ທ່ານ ສົມຄິດ ພົງສັກ ຈາກແຂວງຫຼວງພະບາງ ທີ່ໄດ້ນຳເອົາອາຫານຊື້ດັງຂອງແຂວງມາວາງຈຳໜ່າຍໃນງານຄັ້ງນີ້ ໃຫ້ສຳພາດວ່າ: ບັນຍາກາດຊື້ຂາຍໃນມື້ເລີ່ມເປີດຂາຍທຳອິດນີ້ເຫັນວ່າຍັງບໍ່ໄດ້ຂາຍດີປານໃດ ເຊິ່ງອາຫານທີ່ເອົາມາຂາຍປະກອບມີ ໜັງຍຳທອດ, ແຈ່ວບອງ, ເອາະຫຼາມ, ແຈ່ວນ້ຳຜັກ, ແຈ່ວນ້ຳປູ ແລະ ອື່ນໆທີ່ເປັນເອກະລັກສະເພາະຂອງຫຼວງພະບາງ.

ຂ່າວ-ພາບ: ສັນຕິ