ເປັນຂ່າວໃຫຍ່ອີກໜຶ່ງຂ່າວ ເມື່ອ ຄອນສະຫວັນ ແກ້ວໜູຈັນ ນັກເຕະຊາວລາວ ອະນາຄົດໄປອາຍຸ 17 ປີ ຈາກສະໂມສອນ ຈັນທະບູລີ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຜ່ານການຄັດເລືອກຈາກສະຖາບັນກີລາບານເຕະ ອີຕາລີ (ສະໂມສອນ ໂຣມ ຊີຕີ້ ເອັສຊີ ຫຼື Rome City SC) ເພື່ອໄປຝຶກຊ້ອມເຕະບານລະດັບອາຊີບ ຢູ່ອີຕາລີ ເປັນເວລາ 4 ປີ ຄຽງຄູ່ກັບການຮຽນຕໍ່ລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານກີລາບານເຕະ.

ຕາມການລາຍງານຂອງ ເພຈບຸກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ລາຍງານເມື່ອວັນທີ 25 ມັງກອນ 2022 ວ່າ: ຄອນສະຫວັນ ຈະໄດ້ໄປຝຶກຊ້ອມບານເຕະກັບອາຊີບກັບ ສະໂມສອນ ໂຣມ ຊີຕີ້ ເອັສຊີ ໃນປະເທດອິຕາລີ ເຊິ່ງຕາມແຜນແມ່ນຈະເດີນທາງໃນເດືອນ 1 ປີ 2022 ແຕ່ເນື່ອງຈາກວ່າອາຍຸຍັງບໍ່ທັນຄົບຮອບ 18 ປີ ຈຶ່ງໄດ້ເລື່ອນການເດີນທາງອອກໄປໃນຕົ້ນເດືອນ 8 ປີ 2022.

ສໍາລັບ ຄອນສະຫວັນ (ແຈັກກີ້) ເຄີຍໄປຝຶກຊ້ອມຢູ່ສູນຝຶກກີລາບານເຕະ ຢູ່ປະເທດຝຣັ່ງ ແຕ່ປີ 2018 ຫາປີ 2020 ໂດຍສັງກັດ ທີມ U15 ແລະ U16 ຂອງສະໂມສອນ AS Cannes ແລະ ສະໂມສອນ AS Monaco ແຂ່ງຂັນໃນລາຍການ Regional French Championship. ດັ່ງນັ້ນ, ສະຖາບັນກີລາບານເຕະ ອີຕາລີ ຈຶ່ງໄດ້ຄັດເລືອກ ແລະ ໃຫ້ໂອກາດໄປສືບຕໍ່ພັດທະນາເປັນນັກເຕະລະດັບອາຊີບ ຢູ່ອີຕາລີ. ສ່ວນການຕິດທີມຊາດລາວ ແມ່ນໄດ້ເລີ້ມມາຕັ້ງແຕ່ຊຸດເຍົາວະຊົນ U15 (2018), U16 (2019) ແລະ U19 ປີ (2020).

ເນື່ອງຈາກການແຜ່ລະບາດຂອງໂຄວິດ ໃນທ້າຍປີ 2020, ແຈ້ກກີ້ ໄດ້ເດີນທາງກັບປະເທດລາວ ແລະ ຮຽນຕໍ່ຊັ້ນມໍປາຍ ຢູ່ໂຮງຮຽນຫງຽນຢູ ແລະ ເປັນນັກກີລາບານເຕະ ສັງກັດຢູ່ສະໂມສອນ ເອັຟຊີ ຈັນທະບູລີ ໃນລະດູການ 2021 ແຕ່ໜ້າເສຍດາຍກ່ອນການແຂ່ງຂັນລາຍການຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ຢູ່ທີ່ປະເທດມົງໂກລີ ໃນທ້າຍປີ 2021 ຄອນສະຫວັນ ໄດ້ຮັບການບາດເຈັບໜັກ (ເອັນຂໍ້ສີກຂາດ) ຈຶ່ງພາດໂອກາດເຂົ້າຮ່ວມຄັດເລືອກກັບທີມຊາດລາວ.

ປັດຈຸບັນ ອາການບາດເຈັບເລີ່ມຫາຍເປັນປົົກກະຕິ ແລະ ມີຊື່ເຂົ້າຮ່ວມຝຶກຊ້ອມຄັດເລືອກ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈໍາປີ 2022 (AFF U23 CHAMPIONSHIP 2022) ຢູ່ທີ່ປະເທດກໍາປູເຈຍ ໃນລະຫວ່າງວັນທີ 14 – 26 ກຸມພາ 2022.
ຂ່າວ: ໝີ ສຕລ; ຮຽບຮຽງ: ຫຼ້າ MKP
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ ແລະ Jacky Khonesavanh