ຊົມເຊີຍພວກອ້າຍຫຼາຍເດີ! ລົ້ມລຸກຄຸກຄານແຕ່ຄວາມຫຍຸ້ງຍາກບໍ່ສາມາດລົ້ມເລີກຄວາມຕັ້ງໃຈໄດ້

131

ເຫັນພາບແລ້ວເລື່ອນຜ່ານບໍ່ໄດ້ເລີຍ ນີ້ແຫຼະເພິ່ນວ່າຄົນດີສັງຄົມຕ້ອງຮັບຮູ້ ເຫັນຄວາມສຳຄັນເປັນຫ່ວງເປັນໃຍແກ່ປະຊາຊົນຮ່ວມຊາດ ຮ່ວມປະເທດ ໂດຍສະເພາະພີ່ນ້ອງທາງເຂດສອກຫຼີກ ທາງເມືອງລ້ອງແຈ້ງ ແຂວງ ໄຊສົມບູນ ເຊິ່ງຖືວ່າເປັນເມືອງທີ່ຕັ້ງຂຶ້ນໃໝ່ ໃນແຂວງໃໝ່ຂອງປະເທດລາວເຮົາ ເສັ້ນທາງເຂົ້າເຖິງບໍງ່າຍເລີຍ ແຕ່ທີມງານຢາກໄປຊ່ວຍເຫຼືອກໍ່ບືນໄປຈົນຮອດຈຸດໝາຍປາຍທາງ.

ໂດຍຕາມການລາຍງານຜ່ານເຟສບຸກທີ່ຊື່ວ່າ: Pheth Sivanxay ໄດ້ໂພສຂໍ້ຄວາມສັ້ນໆ ພ້ອມຮູບພາບແຕ່ອ່ານແລ້ວສະກົດຈິດຄື: ເດີນທາງໄປບໍລິຈາກເຄື່ອງເມືອງລ້ອງແຈ້ງ 21.1.22. ໂດຍຕາມການສັງເກດເຫັນແລ້ວ ແມ່ນຖືວ່າມີຄວາມລຳບາກສົມຄວນສຳລັບການເດີນທາງ ແຕ່ທາງທີມງານຂອງເພິ່ນກໍ່ບໍ່ຫວັ່ນໄຫວ ດ້ວຍເສັ້ນທາງທີ່ມີຄວາມຫຍຸ້ງຍາກ ພ້ອມທັງຝົນຕົກຕະຫຼອດວັນ.

ທາງທີມງານເພິ່ນແມ່ນບໍ່ມີລາຍລະອຽດວ່າການເດີນທາງຄັ້ງນີ້ແມ່ນນຳເອົາຫຍັງໄປໃຫ້ພີ່ນ້ອງທາງເມືອງລ້ອງແຈ້ງ ແຕ່ກໍ່ເຫັນໄດ້ເຖິງຄວາມຕັ້ງໃຈ ແລະ ເປັນຫ່ວງເປັນໃຍເພື່ອນພີ່ນ້ອງຮ່ວມຊາດ ເພື່ອນຳເອົານ້ຳໃຈເລັກນ້ອຍທີ່ຕັ້ງໃຈຈະເອົາໄປຝາກໃຫ້ໄປຮອດໄປເຖິງປາຍທາງໃຫ້ໄດ້.

ສຳລັບເມືອງລ້ອງແຈ້ງ ແຂວງ ໄຊສົມບູນ ສ່ວນໃຫຍ່ກໍ່ແມ່ນເຕັມໄປດ້ວຍພູຜາຜ່າດົງ ແລະ ອາກາດຂ້ອນຂ້າງເຢັນຕະຫຼອດປີ ການເດີນທາງຈາກນະຄອນຫຼວງວຽງຈັນແມ່ນໃຊ້ເສັ້ນທາງ ເລກ13 ໃຕ້ ຜ່ານແຂວງບໍລິຄຳໄຊ.