ອິນໂດເນເຊຍ ອອກລະບຽບຈຳກັດ ການສົ່ງອອກນໍ້າມັນປາມ

94

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທ່ານ ໂຕກາ ຊີຕັງກັງ ຮອງປະທານ ສະມາຄົມ ນໍ້າມັນປາມ ອິນໂດເນເຊຍ (GAPKI) ເປີດເຜີຍວ່າ: ກະຊວງການຄ້າ ອິນໂດເນເຊຍ ໄດ້ອອກນິຕິກຳສະບັບໃໝ່ ເພື່ອຈຳກັດ ການສົ່ງອອກນ້ຳມັນປາມ.

ທັງນີ້ ອິນໂດເນເຊຍ ເປັນປະເທດຜູ້ຜະລິດ ແລະ ສົ່ງອອກ ນໍ້າມັນປາມ ຂະໜາດໃຫຍ່ສຸດ ໃນໂລກ ແຕ່ລາຄາ ນໍ້າມັນ ປຸງແຕ່ງອາຫານ ພາຍໃນ ປະເທດ ໄດ້ເພີ່ມຂຶ້ນ ປະມານ 40% ເມື່ອທຽບໃສ່ ປີຜ່ານມາ ເຊິ່ງເປັນຕົວເລກ ສະຖິຕິໃໝ່ ທ່າມກາງ ການຟື້ນຕົວ ຂອງ ຄວາມຕ້ອງການ ຈາກ 2 ປະເທດ, ຜູ້ຊື້ລາຍໃຫຍ່, ໃນຂະນະທີ່ ການຜະລິດ ໃນ ອິນໂດເນເຊຍ ແລະ ມາເລເຊຍ ຫຼຸດລົງ.

ກະຊວງ ການຄ້າອິນໂດເນເຊຍໄດ້ປະກາດລະບຽບໃໝ່ ກຳນົດໃຫ້ຜູ້ສົ່ງອອກ ນໍ້າມັນປາມ ຕ້ອງໄດ້ຮັບໃບອະນຸຍາດ ການຈັດສົ່ງ ຕັ້ງແຕ່ວັນທີ 24 ມັງກອນ ສຳລັບ ການ ສົ່ງອອກ ນໍ້າມັນ ປາມດິບ, ນໍ້າມັນໃຊ້ແລ້ວ ແລະ ນໍ້າມັນແປຮູບ, ນໍ້າມັນປາມບໍລິສຸດ, ຂໍ້ກຳນົດດັ່ງກ່າວນີ້ ຈະມີຜົນ ບັງຄັບໃຊ້ ເປັນເວລາ 6 ເດືອນ.