ພົບຜູ້ຕິດເຊື້ອໂຄວິດໃໝ່ມື້ນີ້ 560 ຄົນ, ເສຍຊີວິດ 2 ຄົນ

87

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 25 ມັງກອນ ປີ 2022 ວ່າ ວັນທີ 24 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.897 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 560 ຄົນ (ຕິດເຊື້ອພາຍໃນ 556 ຄົນ ແລະ ນໍາເຂົ້າ 4 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 556 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 126 ຄົນ, ຊຽງຂວາງ 65 ຄົນ, ບໍລິຄຳໄຊ 60 ຄົນ, ຫົວພັນ 41 ຄົນ, ວຽງຈັນ 40 ຄົນ, ຜົ້ງສາລີ 36 ຄົນ, ບໍ່ແກ້ວ 31 ຄົນ, ຄຳມ່ວນ 27 ຄົນ, ໄຊສົມບູນ 24 ຄົນ, ສາລະວັນ 22 ຄົນ


ໄຊຍະບູລີ 21 ຄົນ, ອັດຕະປື 17 ຄົນ, ອຸດົມໄຊ 16 ຄົນ, ເຊກອງ 11 ຄົນ, ຫຼວງພະບາງ 10 ຄົນ, ຈຳປາສັກ 7 ຄົນ, ສະຫວັນນະເຂດ 1 ຄົນ, ຫຼວງນ້ຳທາ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ທັງໝົດຈາກ ນະຄອນຫຼວງ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 130.853 ກໍລະນີ, ອອກໂຮງໝໍວານນີ້ 485 ຄົນ, ກຳລັງປິ່ນປົວ 7.591 ຄົນ ແລະ ເສຍຊີວິດສະສົມທັງໝົດ 529 ຄົນ (ເສຍຊີວິດໃໝ່ 2 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ຈາກ ແຂວງອຸດົມໄຊ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ