ພາສ່ອງຄວາມງາມເປັ່ງປະກາຍ ຂອງເຈນນີ້ ຕົ້ນຄໍາ ໃນງານລ້ຽງຕ້ອນຮັບກັບບ້ານ

187

ຫຼັງຈາກທີ່ການປະກວດໄດ້ຜ່ານໄປເມື່ອບໍ່ດົນມານີ້ ໃນວັນທີ 18 ມັງກອນ 2022ຜ່ານມາ ທາງກອງປະກວດ Miss Universe Laos ໄດ້ຈັດງານລ້ຽງຕ້ອນຮັບການກັບບ້ານແບບແສນອົບອຸ່ນເລີຍ ໃຫ້ສາວ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021 ທີ່ເພິ່ນໄດ້ເດີນທາງໄປປະກວດ ທີ່ອິດສະລາແອນ ເມື່ອບໍ່ດົນມານີ້ເອງ.

ໃນການປະກວດຄັ້ງນັ້ນກໍຖືໄດ້ເລີຍວ່າ ສາວງາມທີ່ມີ ຄວາມແຂງແກ່ນ ແລະ ມຸ່ງໝັ້ນ ເຮັດທຸກຢ່າງເຕັມທີ່ທີ່ສຸດແລ້ວ ແລະ ເຖິງບໍ່ໄດ້ຕໍາແໜ່ງແຟນໆກໍເຊຍ ແລະ ສົ່ງກໍາລັງໃຈໃຫ້ໂດຍຫຼອດ ເພາະເຊື່ອແນ່ວ່າ ເຈນນີ້ເຮັດເຕັມທີ່ກັບທຸກດ່ານທຸກກິດຈະກໍາຂອງການປະກວດໃນຄັ້ງນີ້

ຫຼັງຈາກການປະກວດຜ່ານພົ້ນໄປໃນຄໍ່າຄືນອັນແສນພິເສດ ແລະ ອົບອຸ່ນກັບງານລ້ຽງຕ້ອນຮັບການກັບບ້ານຂອງສາວຄົນນີ້ ເຊິ່ງທາງກອງປະກວດ ເພິ່ນກໍ່ໄດ້ປ່ອຍພາບງາມໆທີ່ເປັ່ງປະກາຍຄວາມເປັນຈັກກະວານຂອງສາວເຈນນີ້ ອອກມາໃຫ້ແຟນໆໄດ້ຊົມກັນ ເຊິ່ງເຫັນແລ້ວຍິ່ງມີອໍຣ່າ, ງາມສະຫງ່າເພີ່ມຂຶ້ນທຸກມື້ເລີຍຕັ້ງແຕ່ໄດ້ຮັບຕໍາແໜ່ງ ແລະ ໄປປະກວດໃນເວທີລະດັບໂລກຜ່ານມາ.

ສໍາລັບຂໍ້ມູນເຊີງເລິກຂອງສາວ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ແມ່ນຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີນາງງາມຈັກກະວານລາວ ຫຼື Miss Universe Laos 2021 ແລະ ຍັງມີດີກຣີກໍບໍ່ທໍາມະດາເລີຍ ເຄີຍເປັນເຈົ້າຂອງມົງກຸດອັນຊົງຄຸນຄ່າ ຈາກເວທີ Miss World Laos 2017ມາແລ້ວ

ປັດຈຸບັນອາຍຸ 26ປີ, ສ່ວນສູງ 176cm, ນ້ຳຫນັກ 55kg, ສັດສ່ວນ 33-26-35 ,ລະດັບການສຶກສາ ປະລິນຍາຕີ ທີ່ວິທະຍາໄລນາໆຊາດ ທີ່ສຳຄັນສາວງາມຄົນນີ້ບໍ່ໄດ້ມີດີງາມທີ່ໜ້າຕາເທົ່ານັ້ນ ແຕ່ພຽບພ້ອມດ້ວຍຄວາມສາມາດ ແລະ ຍັງເປັນ CEO Of Tonkham Modeling Agency .

ມີຜົນງານໃນວົງການບັນເທີງຫຼາຍຢ່າງເລີຍບໍ່ວ່າຈະເປັນນາງແບບ, MC, ຟຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ໜຶ່ງທີ່ພັກດັນນ້ອງໆໃນສັງກັດໃຫ້ກ້າວເຂົ້າສູ່ວົງການບັນເທີງຢ່າງມີປະສິດທິພາບອີກດ້ວຍ. ສໍາລັບຊ່ອງທາງການຕິດຕາມຜົນງານສາມາດຕາມໄດ້ທີ່ເຟສບຸກ Tonkham Phonchanheuang.

[ ຮູບ: Miss Universe Laos ]

.