ຄະນະສະເພາະກິດກວດກາພາຫະນະ, ອາວຸດ-ລູກກະສູນ ເຮັດວຽກຢູ່ ວິທະຍາຄານ ກົມມະດຳ.

228

ວັນທີ 24 ມັງກອນ 2022, ທ່ານ  ພັນເອກ ຫຼ້າແກ້ວ ໄຊຍະສິດ ຄະນະສະເພາະກິດກວດກາພາຫະນະອາວຸດ-ກະສູນ ຫົວໜ້າກົມຄຸ້ມຄອງອາວຸດກະສູນ ກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ວິທະຍາຄານ ກົມມະດຳ.

ໂດຍການຕ້ອນຮັບຂອງ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານ; ມີຄະນະພັກ-ຄະນະອຳນວຍການ, ກົມເຫຼົ່າຮົບວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ພັນເອກ ສັງມະນີ ຈິດລະວົງ ຫົວໜ້າຫ້ອງເຕັກນິກ ວິທະຍາຄານ ກົມມະດຳ ໄດ້ລາຍງານການກວດກາຄືນພາຫະນະອາວຸດຍຸດໂທປະກອນເຕັກນິກທົ່ວວິທະຍາຄານ, ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ່ 2521/ກຕນ ລົງວັນທີ 27 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດກວດກາຄືນພາຫະນະເຕັກນິກອາວຸດ-ກະສູນຢູ່ໃນທົ່ວກອງທັບ.

ຜ່ານມາໄດ້ປະຕິບັດຕາມລະບົບບັນຊີຂອງກົມຄຸ້ມຄອງອາວຸດ-ກະສູນເພື່ອເກັບກຳ ແລະ ແບ່ງຂັ້ນກວດກາ, ການເເບ່ງຄຸນນະພາບອາວຸດ ແລະ ກວດກາພາຫະນະອື່ນໆ, ຈາກນັ້ນຄະນະດັ່ງກ່າວກໍໄດ້ລົງໄປກວດກາ ເບິ່ງພາຫະນະຕົວຈິງເຊັ່ນ: ກະລາຂົນສົ່ງ ແລະ ສ້ອມແປງ, ກະລາປືນປ້ອງກັນອາກາດ, ກະລາປືນໃຫຍ່ໜ້າດິນ, ກະລາລົດຕັງ-ຍານເກາະ ແລະ ສາງອາວຸດ.

ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.