ດີໃຈນຳຊາວເມືອງກາສີ ຈະໄດ້ຮຽນຮູ້ການເຮັດກຳສິກຳນຳເມືອງຊາງເຍືອງ ສ.ເກົາຫຼີ

177

ເປັນຂ່າວດີທີ່ຢາກໃຫ້ເກີດ ການແລກປ່ຽນຮຽນຮູ້ເຕັກນິກການຜະລິດ ແລະການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການຍົກສະມັດຕະພາບການຜະລິດກະສິກຳຢູ່ປະເທດເຮົາໃຫ້ສູງຂຶ້ນ ແລະສາມາດເອົາເປັນອາຊີບທີ່ມີລາຍຮັບ ມີຊີວິດທີ່ດີຂຶ້ນໄດ້ໃນກຸ່ມຊາວກະສິກອນ.


ຫຼ້າສຸດນີ້ ໄດ້ມີພິທີເຊັນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງເມືອງກາສີ, ແຂວງວຽງຈັນ ແລະ ເມືອງຊາງເຍືອງ, ແຂວງເກືອງຊາງນາມ, ສ. ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2022 ທີ່ຫ້ອງວ່າການແຂວງວຽງຈັນ ເພື່ອເປັນການເສີມສ້າງຄວາມເຂົ້າໃຈ ແລະ ມິດຕະພາບໃນການພົວພັນຮ່ວມມືກັນ ລະຫວ່າງເມືອງກາສີ ແຂວງວຽງຈັນ ແລະ ເມືອງຊາງເຍືອງ, ແຂວງເກືອງຊາງນາມ.


ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມເຫັນກ່ຽວກັບການພົວພັນຮ່ວມມືກັນຂອງສອງເມືອງ ເຊິ່ງທັງ 2 ຝ່າຍໄດ້ເຫັນດີເປັນເອກະພາບໃຫ້ມີການປຶກສາຫາລືເນື້ອໃນລະອຽດໃນການສ້າງໂຄງການຮ່ວມມືແລກປ່ຽນບົດຮຽນດ້ານການພັດທະນາລະຫວ່າງ 2 ເມືອງ ໂດຍຈະສຸມໃສ່ຂະແໜງກະສິກໍາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຄວາມສະເໝີພາບເຊິ່ງກັນ ແລະ ກັນ.


ສອງຝ່າຍເຫັນດີແລກປ່ຽນບົດຮຽນດ້ານກະສິກຳ ແລະ ເມືອງຊາງເຍືອງ, ແຂວງເກືອງຊາງນາມ ຍິນດີຖ່າຍທອດເຕັກໂນໂລຊີກະສິກຳທີ່ທັນສະໄໝ ໃຫ້ແກ່ຊາວກະສິກອນຂອງເມືອງກາສີ ເພື່ອເປັນການຍົກສູງສະມັດຕະພາບການຜະລິດກະສິກຳຂອງເມືອງກາສີ ດ້ວຍຮູບການຍົກລະດັບສີມືແຮງງານຊາວກະສິກອນການຜະລິດກະສິກຳເປັນສິນຄ້າຢູ່ເມືອງກາສີ. ທັງ 2 ຝ່າຍ ຈະຈັດຕັ້ງປະຕິບັດຂັ້ນຕອນການປຶກສາຫາລືກ່ຽວກັບການຮ່ວມມືກັນບົນພື້ນຖານຫຼັກການພົວພັນສາກົນ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງທັງສອງຝ່າຍ.


ທັງນີ້, ເນື້ອໃນບົດບັນທຶກໄດ້ເຮັດຂຶ້ນເປັນ 3 ພາສາຄື: ພາສາລາວ, ພາສາເກົາຫຼີ ແລະ ພາສາອັງກິດ ເພື່ອເປັນບ່ອນອີງໃນການດຳເນີນຂັ້ນຕອນການພົວພັນຮ່ວມມືຂອງທັງ 2 ຝ່າຍ ໃນອະນາຄົດ ແລະ ລົງນາມເຊັນບົດບັນທຶກຄັ້ງນີ້ ຝ່າຍເມືອງກາສີແຂວງວຽງຈັນ ເຊັນໂດຍ ທ່ານ ສີທົນ ແສງພະຈັນ ເຈົ້າເມືອງໆກາສີ ແລະ ສ່ວນຝ່າຍເມືອງຊາງເຍືອງ, ແຂວງເກືອງຊາງນາມ ແມ່ນຈະໄດ້ສົ່ງໄປໃຫ້ລົງນາມເຊັນທີ່ ສ.ເກົາຫຼີ ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ສາມາດເດີນທາງມາ ສປປ ລາວ ໄດ້.


ພາບ-ຂ່າວ: ບຸນມາ ແກ້ວບຸດດາ