ສິ່ງທີ່ຕ້ອງມີ ຖ້າຈະປິ່ນປົວຢູ່ເຮືອນສຳລັບຜູ້ຕິດເຊື້ອໂຄວິດ-19

91

ທຸກວັນນີ້ໂຄວິດແມ່ນກະຈາຍໄປທຸກພື້ນທີ່ຂອງປະເທດເຮົາ ທຸກຄົນແມ່ນມີຄວາມສ່ຽງ ແລະ ແສນກວ່າຄົນແມ່ນຜ່ານມາມັນມາແລ້ວ ໃນນັ້ນມີທັງຜູ້ທີ່ໄປປົວຢູ່ໂຮງໝໍນອນເປັນເດືອນໆ, ຜູ້ນອນຢູ່ໂຮງໝໍພາກສະໜາມ ແລະປິ່ນປົວໂຕເອງຢູ່ເຮືອນ ເປັນຕົ້ນພາຍຫຼັງທີ່ຈຳນວນຜູ້ປ່ວຍໂຄວິດ-19 ລົ້ນໂຮງໝໍ ກະຊວງສາທາລະນະສຸກແມ່ນໄດ້ອະນຸຍາດໃຫ້ຜູ້ທີ່ບໍ່ມີອາການ ແລະຜູ້ອາການເບົາບາງສາມາດປິ່ນປົວຢູ່ເຮືອນໄດ້ ແຕ່ຕ້ອງຢູ່ໃນເງື່ອນໄຂທີ່ສະດວກໃນການຈຳກັດບໍລິເວນ.

ສຳລັບສຸຂະພາບຜູ້ທີ່ຈະປິ່ນປົວຢູ່ເຮືອນຕ້ອງປະກອບມີເງື່ອນໄຂດັ່ງນີ້: ລະດັບອົກຊີແຊນໃນເລືອດສູງກວ່າ ຫຼື ເທົ່າກັບ 95%, ອັດຕາການຫາຍໃຈຕ່ຳກວ່າ 25ເທື່ອຕໍ່ວິນາທີ, ຫາຍໃຈສະດວກ ໄດ້ຮັບວັກຊິນຄົບຕາມເຂັມທີ່ແນະນຳ, ມີອາການເບົາບາງເຊັ່ນ ມີຕິດເຊື້ອລະບົບຫາຍໃຈສ່ວນເທີງທີ່ບໍ່ຮ້າຍແຮງ ເຈັບຄໍ, ນ້ຳມູກຍ້ອຍ, ຕັນດັງອັນສຳຄັນບໍມີປັດໄຈສ່ຽງເປັນຕົ້ນວ່າ ອາຍຸບໍ່ເກີນ 60 ປີ ແລະບໍ່ມີພະຍາດປະຈຳໂຕຈຳພວກ ຫຼອດເລືອດຫົວໃຈ, ພະຍາດເບົາຫວານ, ປອດຊຳເຮື້ອ, ມະເຮັງ, ຫຼອດເລືອດໃນສະໝອງ, ໄຂ່ຫຼັງ ແລະບໍ່ຖືພາ.

ກ່ຽວກັບເງື່ອນໄຂແຍກປ່ຽວທີ່ປອດໄພ ຕ້ອງມີສະມາຊິກຄອບຄົວທີ່ມີສຸຂະພາບແຂງແຮງດີ ບໍ່ມີພະຍາດປະຈຳຕົວໃຫ້ການດູແລເບິ່ງແຍງ, ຜູ້ຕິດເຊື້ອໃຫ້ແຍກປ່ຽວຈາກສະມາຊິກຄອບຄົວ ໂດຍມີສະຖານທີ່ແຍກປ່ຽວເປັນເວລາ 14 ວັນ ພ້ອມດຽວກັນແຕ່ລະມື້ຜູ້ປ່ວຍຕ້ອງບັນທຶກອາການຂອງຕົນເອງດັ່ງນີ້:

ວັດແທກອຸນຫະພູມ, ອັດຕາການເຕັ້ນຂອງຫົວໃຈ, ຄວາມຮູ້ສືກດີຂຶ້ນ, ຄືເກົ່າ ຫຼື ຮ້າຍລົງ ຕະຫຼອດຮອດການຫາຍໃຈດີຂື້ນ, ຄືເກົ່າ ຫຼື ຮ້າຍລົງ.

ສິ່ງໜຶ່ງທີ່ຕ້ອງຮູ້ ແລະຄິດເຖິງໃນການປີ່ນປົວໂຄວິດຢູ່ເຮືອນຄືຢາ ເຊິ່ງປະຈຸບັນຍັງບໍ່ທັນມີຢາໂຕໃດທີ່ສາມາດປິ່ນປົວສະເພາະດ້ານກ່ຽວກັບໂຄວິດ ສະນັ້ນມີແຕ່ວິທີການຮັກສາສຸຂະພາບທົ່ວໄປເຊັ່ນ: ດື່ມນ້ຳໃຫ້ພຽງພໍຢ່າງໜ້ອຍ 2 ລິດຕໍ່ມື້, ກິນອາຫານໃຫ້ພຽງພໍຖືກຕ້ອງຕາມຫຼັກໂພຊະນາການ, ໃຫ້ຢາຫຼຸດໄຂ້ຖ້າມີອາການໄຂ້ຂຶ້ນສູງ ແລະອື່ນໆ ເຊິ່ງຢາສາມັນທີ່ຕ້ອງມີຄູ່ຜູ້ປ່ວຍໂຄວິດຄື ປາລາເຊຕາມອນ Paracetamol, Berberine, ORS, Multivitamin ຈະບໍ່ແນະນຳໃຫ້ໃຊ້ຢາຕ້ານເຊື້ອ ແລະສະເຕຣອຍ ເພື່ອປິ່ນປົວພະຍາດໂຄວິດ-19 ທີ່ບໍ່ມີອາການ ແລະອາການເບົາບາງ.